ສະຫະປະຊາຊາດໝັ້ນໝາຍຈະມານະພະຍາຍາມແກ້ໄຂວິກິດການຢູ່ ຊີຣີ
25/08/2012 09:22
ທ່ານ Lakhdar Brahimi, ທູດພິເສດຮ່ວມຂອງ ສປຊ ແລະ ສະຫະພັນອາຣັບ ກ່ຽວກັບບັນຫາ ຊີຣີ ໄດ້ຢືນຢັນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຊ່ວຍຢຸດຕິວິກິດການທີ່ແກ່ຍາວໃນຫລາຍເດືອນຜ່ານມາຢູ່ ຊີຣີ

ທູດພິເສດ Brahimi ແລະ ທ່ານ ເລຂາທິການໃຫຍ່ ສປຊ Ban Ki moon ພາບ: TTXVN (vovworld) - ທ່ານ Lakhdar Brahimi, ທູດພິເສດຮ່ວມຂອງ ສປຊ ແລະ ສະຫະພັນອາຣັບ ກ່ຽວກັບບັນຫາ ຊີຣີ ໄດ້ຢືນຢັນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຊ່ວຍຢຸດຕິວິກິດການທີ່ແກ່ຍາວໃນຫລາຍເດືອນຜ່ານມາຢູ່ ຊີຣີ. ທີ່ການພົບປະກັບທ່ານ Ban ki moon, ເລຂາທິການໃຫຍ່ ສປຊ ຢູ່ ສຳນັກງານ ສປຊ ປະຈຳ ນິວຢອກ ສະຫະລັດອາເມລິກາ ໃນວັນທີ 24/8, ທູດພິເສດ Brahimi ຢືນຢັນວ່າ: ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ແລະ ຖືຜົນປະໂຫຍດຂອງຊາວ ຊີຣີ ແມ່ນສຳຄັນທີ່ສຸດ. ສ່ວນທ່ານ Ban Ki moon ເລຂາທິການໃຫຍ່ ສປຊ ເນັ້ນຫນັກເປັນພິເສດເຖິງບົດບາດສຳຄັນຂອງທູດພິເສດ Brahimi ຊຶ່ງແມ່ນຜູ້ເຄີຍຮັບຫນ້າທີ່ພິເສດຢູ່ ສປຊ ກ່ອນນີ້, ໃນພາລະກຳທີ່ຈຳເປັນນຳມາເຊິ່ງສັນຕິພາບ, ຄວາມສະຖຽນລະພາບ ແລະ ຊຸກຍູ້ສິດທິມະນຸດຢູ່ ຊີຣີ. ທ່ານເລຂາທິການໃຫຍ່ Ban Ki Moon ອີກຄັ້ງຫນຶ່ງສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບສະພາບການປະທະກັນພວມປີນຂັ້ນໄດຢູ່ປະເທດຕາເວັນອອກກາງ ພ້ອມທັງໃຫ້ຄຳໝັ້ນໝາຍຈະສະຫນັບສະຫນູນຢ່າງສູງສຸດໃຫ້ແກ່ທູດພິເສດ Brahimi.
TAG
ທູດພິເສດ
Related






