ສະຫະພັນອາຣັບຮຽກຮ້ອງໃຫ້ມີມາດຕະການດ້ານການເມືອງເພື່ອແກ້ໄຂວິກິດການຢູ່ຊີຣີ
27/03/2014 10:05
(vovworld) - ພາຍຫລັງດຳເນີນການປະຊຸມມາເປັນເວລາ 2 ມື້ ຢູ່ ຄູເວດ, ວັນທີ 26/3, ກອງປະຊຸມສຸດຍອດສະຫະພັນ ອາຣັບ (AL)

ບັນດາການນຳ ອາຣັບ ເຂົ້າຮ່ວມກອງປະຊຸມ ພາບ:baomoi.com (vovworld) - ພາຍຫລັງດຳເນີນການປະຊຸມມາເປັນເວລາ 2 ມື້ ຢູ່ ຄູເວດ, ວັນທີ 26/3, ກອງປະຊຸມສຸດຍອດສະຫະພັນ ອາຣັບ (AL) ຄັ້ງທີ 25 ໄດ້ອອກຖະແຫລງການຮ່ວມ, ໃນນັ້ນ ຮຽກຮ້ອງໃຫ້ມີມາດຕະການການເມືອງເພື່ອແກ້ໄຂການປະທະກັນຢູ່ ຊີຣີ, ໂດຍບໍ່ຫົວຊາຕໍ່ເລື່ອງຝ່າຍຄ້ານຢູ່ຊີຣີ ພວມຮຽກຮ້ອງຕ້ອງການໄດ້ຮັບການສະຫນອງອາວຸດທັນສະໄຫມເພື່ອເພີ່ມກຳລັງແຮງຢູ່ສະຫນາມຮົບ. ໃນຖະແຫລງການຮ່ວມ, ບັນດາການນຳ ອາຣັບ ໄດ້ຮຽກຮ້ອງໃຫ້ມີມາດຕະການການເມືອງເພື່ອແກ້ໄຂວິກິດການຢູ່ ຊີຣີ ໂດຍອີງໃສ່ເນື້ອໃນແຈ້ງການຫນັງສືພິມຂອງກອງປະຊຸມສາກົນກ່ຽວກັບ ຊີຣີ ຢູ່ ເຊີແນວ ປະເທດ ສະວິດ ໃນປີ 2012 ແລະ ຮຽກຮ້ອງດຳເນີນການມອບໂອນສິດອຳນາດໂດຍສັນຕິວິທີຢູ່ປະເທດນີ້. ກ່ຽວກັບວິວັດທະນາການສັນຕິພາບຢູ່ ຕາເວັນອອກກາງ, ບັນດາການນຳ ອາຣັບ ສະແດງການສະຫນັບສະຫນູນຢ່າງສິ້ນເຊິງສຳລັບເລື່ອງ ປາແລດສະຕີນ ປະຕິເສດຮັບຮອງ ອິດສະຣາແອນ ແມ່ນປະເທດຊາວຢີວ- ຊື່ງແມ່ນບັນຫາພວມນາບຂູ່ການທຳລາຍວິວັດທະນາການສັນຕິພາບ ໂດຍອາເມລິກາ ນຳຫນ້າ.
TAG
vovworld/vov/ມາດຕະການການເມືອງ
Related






