ສະຫລຸບໂຄງການຈຸດໝາຍກໍ່ສ້າງຊົນນະບົດໃຫມ່ຢູ່ພາກໃຕ້
20/09/2012 09:07
- ກອງປະຊຸມສະຫລຸບ 2 ປີ ແຫ່ງການປະຕິບັດໂຄງການຈຸດໝາຍກໍ່ສ້າງ ຊົນນະບົດໃຫມ່ ແລະ ວາງຫນ້າທີ່, ມາດຕະການໃນໄລຍະຈະມາເຖິງຂອງ 32 ແຂວງ, ນະຄອນ ຢູ່ພາກເຫນືອດຳເນີນໄປໃນວັນທີ 19/9 ຢູ່ ນະຄອນ Quy Nhon

ຕາແສງ ຕູເຊີນ ນະຄອນ ຫາຍຟ່ອງ ຊຶ່ງແມ່ນຫນຶ່ງໃນບັນດາທອ້ງຖິ່ນ ປະຕິບັດໂຄງການກໍ່ສ້າງຊົນນະບົດໃຫມ່ ພາບ: internet (vovworld) - ກອງປະຊຸມສະຫລຸບ 2 ປີ ແຫ່ງການປະຕິບັດໂຄງການຈຸດໝາຍກໍ່ສ້າງ ຊົນນະບົດໃຫມ່ ແລະ ວາງຫນ້າທີ່, ມາດຕະການໃນໄລຍະຈະມາເຖິງຂອງ 32 ແຂວງ, ນະຄອນ ຢູ່ພາກເຫນືອ ຈາກນະຄອນ Da Nang ຮອດແຂວງ Ca Mau ໄດ້ດຳເນີນໄປໃນວັນທີ 19/9 ຢູ່ ນະຄອນ Quy Nhon ແຂວງ Binh Dinh. ຕາມການຕີລາຄາຂອງຄະນະຊີ້ນຳສູນກາງກ່ຽວກັບໂຄງການຈຸດໝາຍແຫ່ງຊາດກໍ່ສ້າງຊົນນະບົດໃຫມ່, ພາຍຫລັງປະຕິບັດມາເປັນເວລາ 2 ປີ, 32/32 ແຂວງ, ນະຄອນທາງພາກໃຕ້ໄດ້ບູລະນະກົງຈັກການນຳແຂວງ, ເມືອງ ແລະ 70% ຂັ້ນຕາແສງໄດ້ສ້າງຄະນະຄຸ້ມຄອງໂຄງການ. ບັນດາແຂວງ, ນະຄອນຄື: Da Nang, Phu Yen, Gia Lai, Dac Nong, An Giang, Can Tho, Soc Trang ແລະ Kien Giang ໄດ້ປະຕິບັດສຳເລັດວຽກງານອະນຸມັດແຜນກຳນົດແຕ່ 90% ຂື້ນໄປ. ມາຮອດປະຈຸບັນ, ຍອດຈຳນວນເງິນລົງທຶນພັດທະນາພື້ນຖານໂຄງລ່າງຢູ່ບັນດາທ້ອງຖິ່ນບັນລຸກວ່າ 10.000 ຕື້ດົ່ງ. ທີ່ກອງປະຊຸມ, ທ່ານ Cao Duc Phat ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ຮອງຫົວຫນ້າຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບໂຄງການຈຸດໝາຍແຫ່ງຊາດກໍ່ສ້າງຊົນນະບົດໃຫມ່ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ຄະນະຊີ້ນຳສູນກາງ ຈະດຳເນີນການເພີ່ມເຕີມ,ປັບປຸງກົນໄກ, ນະໂຍບາຍເພື່ອຍື່ນສະເຫນີຕໍ່ນາຍົກລັດຖະມົນຕີ ອະນຸມັດກ່ຽວກັບການປັບປຸງມາດຕະຖານຊົນນະບົດໃຫມ່, ຂັ້ນຕອນລະບຽບການພິຈາລະນາຮັບຮອງ ແລະ ຮັບຮອງຕາແສງບັນລຸມາດຕະຖານຊົນນະບົດໃຫມ່, ກົນໄກ, ນະໂຍບາຍສົ່ງເສີມວິສາຫະກິດລົງທຶນເຂົ້າເຂດຊົນນະບົດ.
TAG
ຊົນນະບົດ
Related






