ສຳເລັດວຽກງານ ປັກຫລັກໝາຍຊາຍແດນ ຫວຽດນາມ - ລາວ ກ່ອນເດືອນ 9/2012
04/08/2012 10:17
ຫນ່ວຍປະສົມປັກຫລັກໝາຍຊາຍແດນຂອງສອງແຂວງ ກວ໋າງນາມ ແລະ ເຊກອງ ໄດ້ເປັນເອກະພາບ ຈະສຳເລັດວຽກງານປັກຫລັກໝາຍຊາຍແດນສອງປະເທດກ່ອນເດືອນ 9/2012

ຫລັກໝາຍຊາຍແດນ ຫວຽດນາມ - ລາວ ພາບ: (vovworld) - ຫນ່ວຍປະສົມປັກຫລັກໝາຍຊາຍແດນຂອງສອງແຂວງ ກວ໋າງນາມ ແລະ ເຊກອງ ໄດ້ເປັນເອກະພາບຈະສຳເລັດວຽກງານປັກຫລັກໝາຍຊາຍແດນສອງປະເທດກ່ອນເດືອນ 9/2012. ຕາມລາຍງານແລ້ວ, ຍອດຈຳນວນຫລັກໝາຍທີ່ໄດ້ຮັບການກໍ່ສ້າງໃນພື້ນທີ່ຕົວຈິງແມ່ນ 56 ເສົາ. ປະຈຸບັນ ຍັງມີ 4 ເສົາ ພວມໄດ້ຮັບການຕິດຕາມກໍ່ສ້າງ ລ້ວນແຕ່ມີທີ່ຕັ້ງທຸລະກັນດານ. ຫນ່ວຍປະສົມດັ່ງກ່າວໄດ້ເປັນເອກະພາບ ຈະຍາດແຍ່ງໂອກາດທີ່ພວມເອື້ອອຳນວຍຄວາມສະດວກເພື່ອກໍ່ສ້າງສຳເລັດ 4 ເສົາທີ່ຍັງເຫລືອກ່ອນລະດູຝົນວຽນມາ, ຈັດຕັ້ງການກວດກາ, ປະເມີນຜົນ ແລະ ສຳເລັດບັນດາສຳເນົາເອກະສານທາງດ້ານກົດໝາຍ, ເຕັກນິກສຳລັບບັນດາຫລັກໝາຍທີ່ໄດ້ຮັບການກໍ່ສ້າງ, ມອບໃຫ້ກຳລັງຄຸ້ມຄອງຊາຍແດນຂອງສອງແຂວງຮັບຜິດຊອບ.
TAG
ຫລັກໝາຍ
Related






