ສະພາບສິດທິມະນຸດຢູ່ຫວຽດນາມນັບມື້ໄດ້ຮັບການປົວແປງ
05/02/2014 10:05
(vovworld)- ວັນທີ 5/2, ຢູ່ເຊີແນວປະເທດສະວິດ, ກອງປະຊຸມປະຈຳໄລຍະ ສຳຫຼວດກວດຄືນກ່ຽວກັບສະພາບການສິດທິມະນຸດຫວຽດນາມ....

ຍາມໃດຫວຽດນາມກໍພະຍາຍາມປະຕິບັດບັນດາເປົ້າໝາຍ ສະຫັດສະວັດເປັນຢ່າງດີ (ພາບ: intrenet) (vovworld)- ວັນທີ 5/2, ຢູ່ເຊີແນວປະເທດສະວິດ, ກອງປະຊຸມປະຈຳໄລຍະ ສຳຫຼວດກວດຄືນກ່ຽວກັບສະພາບການສິດທິມະນຸດຫວຽດນາມໄດ້ຮັບການ ປະຕິບັດຢູ່ ສະພາສິດທິມະນຸດແຫ່ງສ.ປ.ຊ ຊຶ່ງຫວຽດນາມຫາກໍກາຍເປັນ ສະມາຊິກດ້ວຍ ຈຳນວນສຽງສະໜັບສະໜູນສູງສຸດ. ຕາມການຊີ້ນຳຂອງສະພາສິດທິມະນຸດ, ບົດລາຍງາຍສຳຫຼວດກວດຄືນຄັ້ງທີ 2 ຈະເລັ່ງໃສ່ແນະນຳການປະຕິບັດບັນດາຂໍ້ສະເໜີແນະຊຶ່ງຫວຽດນາມໄດ້ເຫັນດີຈາກການສຳຫຼວດກວດຄືນຄັ້ງກ່ອນ, ພ້ອມທັງແຈ້ງໃຫ້ຊາບກ່ຽວກັບການພັດທະນາໃໝ່, ບັນດາຜົນງານທີ່ຫວຽດນາມຍາດມາໄດ້ໃນສະພາບຕົງຈິງ, ພິເສດແມ່ນໃນບັນດາຂົງເຂດຮັບບຸລິມະສິດຄືລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ຄວາມສະເໝີພາບລະຫວ່າງຍິງຊາຍ, ຮັບປະກັນສິດທິມະນຸດໃຫ້ແກ່ຊາວເຜົ່າສ່ວນໜ້ອຍ.... ຕາມທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນແລ້ວ, ຫວຽດນາມສາມາດຕອບສະໜອງກ່ວາ 80%ຈຳນວນຂໍ້ສະເໜີແນະໂດຍບັນດາປະເທດໄດ້ວາງອອກໃຫ້ຫວຽດນາມໃນການສຳຫຼວດກວດຄືນ ປະຈຳໄລຍະຄັ້ງທຳອິດປີ 2009. ໝາກຜົນການສຳຫຼວດກວດຄືນ ປະຈຳໄລຍະຄັ້ງທີ 2 ນີ້ ຈະປະກອບສ່ວນເຮັດໃຫ້ຫວຽດນາມສືບຕໍ່ປະກອບສ່ວນເຂົ້າໃນການສ້າງສາ ແລະ ມີຄວາມຮັບຜິດ ຊອບຕໍ່ກິດຈະການປົກປັກຮັກສາ ແລະ ຊຸກຍູ້ບັນດາຄຸນຄ່າ ສິດທິມະນຸດໃນຂອບເຂດທົ່ວໂລກ. ພ້ອມກັນນັ້ນ, ຫວຽດນາມກໍມີເງື່ອນໄຂຖອດຖອນບົດຮຽນທີ່ດີຈາກເພື່ອນມິດສາກົນແນໃສ່ຮັບປະກັນບັນດາສິດທິຂອງພົນລະເມືອງ.
TAG
vov/vovworld/ສິດທິມະນຸດ
Related






