VOV WorldVOV World
ສະພາແຫ່ງຊາດ ປຶກສາຫາລື ກ່ຽວກັບການກົດໝາຍປ້ອງກັນ, ຫລຸດຜ່ອນໄພທຳມະຊາດ
21/11/2012 08:52
ຕອນ​ເຊົ້າ​ວັນ​ທີ 21/11, ​ໂດຍສືບ​ຕໍ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ບັນດາ ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ ) ​ໄດ້ປຶກສາ​ຫາລື​ ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຫລີກ​ລ້ຽງ ​ແລະ ຫລຸ​ດຜ່ອນ​ໄພ​ທຳ​ມະ​ຊາດ
ສະພາແຫ່ງຊາດ ປຶກສາຫາລື ກ່ຽວກັບການກົດໝາຍປ້ອງກັນ, ຫລຸດຜ່ອນໄພທຳມະຊາດ
ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13 ປຶກສາຫາລືຮ່າງກົດໝາຍບາງສະບັບ ພາບ: internet (vovworld) - ວັນ​ທີ 21/11, ​ໂດຍສືບ​ຕໍ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ບັນດາ ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ ) ​ໄດ້ປຶກສາ​ຫາລື​ ກ່ຽວ​ກັບ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ກໍ່​ການ​ຮ້າຍ ​ແລະ ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຫລີກ​ລ້ຽງ ​ແລະ ຫລຸ​ດຜ່ອນ​ໄພ​ທຳ​ມະ​ຊາດ. ສຳລັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ກໍ່​ການ​ຮ້າຍ, ບັນດາ ສສຊ ຖື​ວ່າ: ຮ່າງ​ກົດໝາຍ​ສະບັບ​ນີ້​ຕ້ອງ​ເສີມ​ຂະຫຍາ​ຍກຳລັງ​ແຮງ​ທົ່ວ​ປວງ​ຊົນ​ທັງ​ຊາດ. ກ່ຽວ​ກັບ​ກຳລັງ​ສະ​ເພາະ​ກິດ​​​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ກໍ່​ການ​ຮ້າຍ​,​ ຄຳ​ເຫັນ​ຂອງ ສສຊ ຫລາຍ​ທ່ານ​ຖື​ວ່າ: ​ໃນ​ເງື່ອນ​ໄຂ​ປະຈຸ​ບັນ ບໍ່​ຈຳ​ເປັນ​ຕ້ອງ​ມີ​ກຳລັງ​ສະ​ເພາະ​ກິດ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ກໍ່​ກາ​ນຮ້າຍ. ​ໃນ​ຕໍ່ຫນ້າ, ພຽງ​ແຕ່​ສ້າງ​ຕັ້ງກຳລັງສະ​ເພາະ​ກິດ​ເຮ​ັດວຽກ​ງານ​ເສ​ນາ​ທິການ, ສັງ​ລວມ, ​ແນະນຳ ຢູ່ ສູນ​ກາງ. ທ່ານ Bui Duc Hanh ສສຊ ​ແຂວງ Lao Cai ປະກອບ​ຄຳ​ເຫັນ​ວ່າ:        
TAG
ໄພທຳມະຊາດ