ສະພາແຫ່ງຊາດ ປຶກສາຫາລືກ່ຽວກັບ ກົດໝາຍວ່າດ້ວຍທີ່ດິນ
06/11/2012 15:08
ຕອນບ່າຍວັນທີ 6/11, ບັນດາ ສ.ສ.ຊ ໄດ້ປຶກສາຫາລືຢູ່ໜ່ວຍ ກ່ຽວກັບສິດນຳໃຊ້ທີ່ດິນ, ລາຄາດິນ, ກົນໄກຊົດເຊີຍທີ່ດິນຖືກຖອນຄືນ.
ບັນດາ ສ.ສ.ຊ ປຶກສາຫາລືຢູ່ຕາມໜ່ວຍ (ພາບ: internet) Vovworld- ຕອນບ່າຍວັນທີ 6/11, ບັນດາ ສ.ສ.ຊ ໄດ້ປຶກສາຫາລືຢູ່ໜ່ວຍ ກ່ຽວກັບສິດນຳໃຊ້ທີ່ດິນ, ລາຄາດິນ, ກົນໄກຊົດເຊີຍທີ່ດິນຖືກຖອນຄືນ. ບັນດາ ສ.ສ.ຊ ໄດ້ເຫັນດີເປັນເອກະສັນກັນວ່າ ທີ່ດິນແມ່ນຂຶ້ນກັບກຳມະສິດທົ່ວປວງຊົນ, ໂດຍລັດເປັນຕົວແທນເຈົ້າຂອງກຳມະສິດ. ລາຄາທີ່ດິນໂດຍແມ່ນລັດເປັນຜູ້ຕັດສິນ. ຕາມທ່ານ Le Viet Truong ສ.ສ.ຊ ແຂວງອານຢາງແລ້ວ, ການກຳນົດການຊົດເຊີຍເມື່ອລັດຖອນທີ່ດິນຄືນ ແມ່ນຕ້ອງຮັບປະກັນລັກສະນະປະຊາທິປະໄຕ, ເປີດເຜີຍ, ພາວະວິໄສ, ຍຸດຕິທຳ ແລະ ຖືກຕ້ອງຕາມກົດໝາຍ. ທ່ານ Le Viet Truong ສ.ສ.ຊ ແຂວງອານຢາງ ກ່າວວ່າ : “ ການຖອນທີ່ດິນຄືນຂອງບຸກຄົນໜຶ່ງໂດຍລັດມອບໃຫ້, ພວມດຳລົງຊີວິດເປັນປົກກະຕິ ເພື່ອຈຸດໝາຍປ້ອງກັນຊາດປ້ອງກັນຄວາມສະຫງົບຫຼືເພື່ອຈຸດໝາຍ ສາທາລະນະ, ຕາມຂ້າພະເຈົ້າແລ້ວ ແມ່ນຕ້ອງໃຊ້ແທນດ້ວຍທີ່ດິນທີ່ມີມຸນຄ່າທຽບເທົ່າໃຫ້ແກ່ເຂົາເຈົ້າ. ໃນກໍລະນີເຂົາເຈົ້າປະຕິເສດ, ຈຶ່ງຈະຊົດເຊີຍເປັນເງິນ. ຖ້າຫາກຕ້ອງຍົກຍ້າຍບ່ອນຢູ່ນັ້ນ, ແມ່ນຕ້ອງຈັດແຈງບ່ອນຢູ່ໃໝ່, ຮັບປະກັນເງື່ອນໄຂການດຳລົງຊີວິດ ” ກ່ອນໜ້ານັ້ນ, ຄືໃນຕອນເຊົ້າຂອງວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບການປັບປຸງລັດຖະທຳມະນູນປີ 1992; ຮ່າງມະຕິກ່ຽວກັບເລື່ອງຮັບເອົາຄຳເຫັນຂອງປະຊາຊົນກ່ຽວກັບການປັບປຸງລັດຖະທຳມະນູນປີ 1992. ຕາມທ່ານ Tran Minh Dieu, ສະມາຊິກສະພາແຫ່ງຊາດແຂວງ Quang Binh ແລ້ວ, ລັດຖະທຳມະນູນໄດ້ຢືນຢັນວ່າ ລັດຫວຽດນາມ ແມ່ນລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ທ່ານ Tran Minh Dieu ກ່າວວ່າ
Related






