VOV WorldVOV World
ສະພາແຫ່ງຊາດ ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການໄກ່ເກ່ຍປອງດອງ ຢູ່ຂັ້ນຮາກຖານ
22/11/2012 08:29
ວັນ​ທີ 22/11, ​ໂດຍສືບ​ຕໍ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ບັນດາ ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ ) ​​ໄດ້​ປຶ​ກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​​ໄກ່​ເກ່​ຍປອງ​ດອງຢູ່​ຂັ້ນ​ຮາກ​ຖານ
ສະພາແຫ່ງຊາດ ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການໄກ່ເກ່ຍປອງດອງ ຢູ່ຂັ້ນຮາກຖານ
ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການໄກ່ເກ່ຍປອງດອງ ຢູ່ຂັ້ນຮາກຖານ ພາບ:internet (vovworld) - ວັນ​ທີ 22/11, ​ໂດຍສືບ​ຕໍ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ບັນດາ ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ ) ​​ໄດ້​ປຶ​ກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​​ໄກ່​ເກ່ຍປອງ​ດອງຢູ່​ຂັ້ນ​ຮາກ​ຖານ. ຮ່າ​ງກົດໝາຍ​ສະບັບ​ນີ້ ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ຫນ້າ​ທີ່​ຂອງ​ລັດຖະບານ, ກະຊວງ​ຍຸຕິ​ທຳ, ບັນດາ​ກະຊວງ ​ແລະ ອົງການ​ທຽບ​ເທົ່າ​ກະຊວງ, ອົງການ​ຂຶ້ນ​ກັບ​ຄະນະ​ກຳມະການ​ປະຊາຊົນ​ທຸກ​ຂັ້ນ ມີ​ບົດບາດ​ຄຸ້ມ​ຄອງ,​ ສ້າງ​ເງື່ອນ​ໄຂ​ສະດວກ, ຫນູນ​ຊ່ວຍ​ງົບປະມານ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ໄກ່​ເກ່ຍປອງ​ດອງ​ຢູ່​ຂັ້ນ​ຮາກ​ຖານ. ຈຸດ​​ໃຫມ່​ຂອງ​ຮ່າງ​ກົດໝາຍ​ສະບັບ​ນີ້ ​ເມື່ອ​ທຽບ​ໃສ່​ລັດຖະບັນຍັດ​ວ່າ​ດ້ວຍ​ການໄກ່​ເກ່ຍປອງ​ດອງຢູ່​ຂັ້ນ​ຮາກ​ຖານ​ໃນ​ປະຈຸ​ບັນ ​ແມ່ນ​ຮັບ​ຮູ້​ບົດບາດ​ຫລັກ​ແຫ​ລ່ງຂອງ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສະມາຊິກ​ໃນ​ວຽກ​ງານ​ໄກ່​ເກ່​ຍປອງ​ດອງ. ກ່ຽວ​ກັບ​ມາດຖານ​ສຳລັບຜູ້​ເຮັດ​ວຽກ​ງານ​ໄກ່​​ເກ່ຍປອງ​ດອງ​ຢູ່​ຂັ້ນ​ຮາກ​ຖານ,​ທ່ານ​ນາງ ຫງວຽນ​ທິບິ​ກຍ້ຽມ, ສສຊ ​ແຂວງ ອຽນ​ບາຍ ປະກອບ​ຄຳ​ເຫັນ​ວ່າ:        
TAG
ໄກ່ເກ່ຍ