ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍວ່າດ້ວຍການປ້ອງກັນ ແລະຕ້ານການກໍ່ການຮ້າຍ
12/06/2013 09:47
ວັນທີ 12/6, ສືບຕໍ່ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມຊຸດທີ 13, ດ້ວຍບັດເຫັນດີສ່ວນຫລາຍ, ສະພາແຫ່ງຊາດໄດ້ຮັບຮອງເອົາຮ່າກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານການກໍ່ການຮ້າຍ

ສສຊລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍການ ປ້ອງກັນແລະຕ້ານໄຟໄໝ້ ພາບ:TTXVN (vovworld)- ວັນທີ 12/6, ສືບຕໍ່ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມຊຸດທີ 13, ດ້ວຍບັດເຫັນດີສ່ວນຫລາຍ, ສະພາແຫ່ງຊາດໄດ້ຮັບຮອງເອົາຮ່າກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານການກໍ່ການຮ້າຍ. ກົດໝາຍສະບັບນີ້ໄດ້ກຳນົດວ່າ: ລັດຖະບານສ້າງຕັ້ງຄະນະຊີ້ນຳກ່ຽວກັບການປ້ອງກັນ ແລະ ຕ້ານການກໍ່ການຮ້າຍແຫ່ງຊາດ, ຄະນະຊີ້ນຳຂັ້ນແຂວງ ແລະ ກຳລັງສະເພາະກິດຕ້ານການກໍ່ການຮ້າຍແມ່ນຂຶ້ນກັບກະຊວງຕຳຫລວດ ແລະ ກະຊວງປ້ອງກັນປະເທດ. ນອກນັ້ນ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍດວ່າດ້ວຍການປ້ອງກັນ ແລະຕ້ານໄຟໄໝ້ ແລະ ການເຈລະຈາລົງນາມໃນຂໍ້ຕົກລົງຂັ້ນລັດຖະບານເພື່ອແກ້ໄຂບັນຫາຊາວອົບພະຍົບຢ່າງເສລີ ແລະ ການສົມລົດໂດຍບໍ່ຈົດທະບຽນຢູ່ເຂດຊາຍແດນ ຫວຽດນາມ - ລາວ. ຕອນບ່າຍວັນດຽວກັນແມ່ນເລີ່ມຕົ້ນວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງບັນດາສະມາຊິກໃນຄະນະລັດຖະບານ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ສະມາຊິກລັດຖະບານ 4 ທ່ານ, ນັ້ນແມ່ນ ທ່ານ ກາວດືກຟາດ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ທ່ານນາງ ຟ້າມທິຫາຍຈ່ວຽນ, ລັດຖະມົນຕີ ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ, ທ່ານ ຮ່ວາງຕວນແອງ, ລັດຖະມົນຕີກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວຫວຽດນາມ ແລະ ທ່ານ ຫງວຽນຮ່ວາບີ່ງ ຫົວຫນ້າໄອຍະການປະຊາຊົນສູງສຸດ ຈະຕອບຄຳຊັກຖາມໃນເວລາ 2 ມື້ເຄິ່ງ. ກ່ອນດຳເນີນວາລະຊັກຖາມ, ຕາງຫນ້າລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ສະເຫນີບົດລາຍງານກ່ຽວກັບການປະຕິບັດບັນດາມະຕິຂອງສະພາແຫ່ງຊາດກ່ຽວກັບການຊັກຖາມ ແລະ ຕອບຄຳຊັກຖາມ. ໃນບົດລາຍງານ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນໄດ້ເຕື້ອງເຖິງ 4 ຂົງເຂດ: ອຸດສາຫະກຳການຄ້າ, ທະນາຄານ, ສາທາລະນະສຸກ ແລະ ບັນດາເນື້ອໃນໄດ້ຮັບການຊັກຖາມໃນສະໄຫມປະຊຸມຄັ້ງກ່ອນ. ຄຽງຄຸ່ກັນນັ້ນ ແມ່ນ 22 ໝວດຫນ້າທີ່ຊື່ງລັດຖະບານໄດ້ຜັນຂະຫຍາຍ. ເມື່ອຕີລາຄາລວມກ່ຽວກັບການປະຕິບັດມະຕິຂອງສະພາແຫ່ງຊາດໃນການຊັກຖາມທີ່ສະໄຫມປະຊຸມຄັ້ງກ່ອນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ໃຫ້ຮູ້ວ່າ:
TAG
ໄຟໄຫມ້
Related






