ສະພາແຫ່ງຊາດຫວຽດນາມຊຸດທີ13ເຫັນດີຕໍ່ຄາດໝາຍລະດັບຈະເລີນເຕີບໂຕໃນປີ 2014ແມ່ນ 5,8%
11/11/2013 11:02
vovworld)- ນີ້ແມ່ນຫນຶ່ງໃນບັນດາເນື້ອໃນຂອງມະຕິກ່ຽວກັບແຜນການພັດທະນາເສດຖະກິດສັງຄົມປີ 2014 ຊື່ງບັນດາ ສະມາຊິກສະພາແຫ່ງຊາດຮັບຮອງເອົາໃນຕອນເຊົ້າວັນທີ 11/11

(vovworld)- ນີ້ແມ່ນຫນຶ່ງໃນບັນດາເນື້ອໃນຂອງມະຕິກ່ຽວກັບແຜນການພັດທະນາເສດຖະກິດສັງຄົມປີ 2014 ຊື່ງບັນດາ ສະມາຊິກສະພາແຫ່ງຊາດຮັບຮອງເອົາໃນຕອນເຊົ້າວັນທີ 11/11. ພ້ອມກັນນັ້ນ, ສະພາແຫ່ງຊາດ ກໍເຫັນດີຕໍ່ດັດຊະນີລາຄາໃຊ້ສອຍ CPI ໃນປີ 2014 ແມ່ນປະມານ 7%. ຕາມມະຕິແລ້ວ, ປີ 2014 ຄາດໝາຍຂອງຫວຽດນາມແມ່ນສືບຕໍ່ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິເຟີ້, ຍູ້ແຮງການປະຕິບັດ 3 ບາດກ້າວບຸກທະລຸຍຸດທະສາດ, ຮັບປະກັນຊີວິດສັງຄົມ ແລະ ສະຫວັດດີການສັງຄົມ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນ. ນີ້ກໍແມ່ນປີຍູ້ແຮງການປະຕິຮູບດ້ານບໍລິຫານ ແລະ ປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ການຟຸມເຟືອຍ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ພາບ:internet
TAG
vovworld/vov/ພົ້ນຕຳແຫນ່ງ/ລາຄາໃຊ້ສອຍ/ການເຕີບໂຕ
Related






