ສະພາແຫ່ງຊາດລັດເຊຍ-ຫວຽດນາມຮ່ວມມືສືບຕໍ່ພັດທະນາ
11/03/2015 09:32
(vovworld)-ວັນທີ 10/3, ຢູ່ ນຳນັກງານສະພາສູງລັດເຊຍ ໄດ້ດຳເນີນການພົບປະລະຫວ່າງທ່ານ Umakhalov

ຮອງປະທານສະພາສູງລັດເຊຍUmakhalov ຕ້ອນຮັບທ່ານ ຫງວຽນແທງເຊີນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ພາບ:vov (vovworld)-ວັນທີ 10/3, ຢູ່ ນຳນັກງານສະພາສູງລັດເຊຍ ໄດ້ດຳເນີນການພົບປະລະຫວ່າງທ່ານ Umakhalov, ຮອງປະທານສະພາສູງ ລັດເຊຍ ແລະ ທ່ານ ຫງວຽນແທງເຊີນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ເພື່ອແລກ່ປຽນຂໍ້ມູນຂ່າວສານກ່ຽວກັບການຮ່ວມມືລະຫວ່າງສອງປະເທດ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານຮອງປະທານສະພາສູງລັດເຊຍ Umakhalov ຖືວ່າ ການພົວພັນລະຫວ່າງສອງປະເທດພວມພັດທະນາຢ່າງດີງາມບົນຈິດໃຈຄູ່ຮ່ວມມືຍຸດທະສາດຮອບດ້ານ, ໃນນັ້ນ ມີການຮ່ວມມືຢ່າງແຫນ້ນແຟ້ນລະຫວ່າງສະພາແຫ່ງຊາດສອງປະເທດ. ລັດເຊຍ ຊົມເຊີຍ ແລະ ສະຫນັບສະຫນູນເລື່ອງຫວຽດນາມ ຈັດຕັ້ງກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ 132 (IPU132) ແລະ ຈະສົ່ງຄະນະຜູ້ແທນຂັ້ນສູງມາເຂົ້າຮ່ວມ. ທ່ານຮອງປະທານສະພາສູງລັດເຊຍ Umakhalov ແບ່ງປັນວ່າ:
TAG
vovworld/ຂໍ້ມູນຂ່າວສານ
Related






