ສະພາແຫ່ງຊາດປ່ອນບັດໄວ້ວາງໃຈແລະປຶກສາຫາລືກ່ຽວກັບກົດໝາຍເລືອກຕັ້ງສະມາຊິກສະພາແຫ່ງຊາດແລະສະພາປະຊາຊົນ
15/11/2014 09:12
(vovworld)- ສືບຕໍ່ກອງປະຊຸມສະໄຫມສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ວັນທີ 15/11, ບັນດາ ສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ດຳເນີນກອງປະຊຸມຄົບຄະນະຢູ່ຫໍປະຊຸມ

ທ່ານນາຍົກລັດຖະມົນຕີຫງວຽນເຕິນຢູງປ່ອນບັດໄວ້ວາງໃຈ ພາບ:vnexpress.net (vovworld)- ສືບຕໍ່ກອງປະຊຸມສະໄຫມສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ວັນທີ 15/11, ບັນດາ ສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ດຳເນີນກອງປະຊຸມຄົບຄະນະຢູ່ຫໍປະຊຸມ. ສະພາແຫ່ງຊາດຮັບຟັງບົດລາຍງານໝາກຜົນປຶກສາຫາລືກ່ຽວກັບການລົງຄະແນນສຽງໄວ້ວາງໃຈສຳລັບ 50 ຕຳແຫນ່ງ ໂດຍສະພາແຫ່ງຊາດເລືອກຕັ້ງ ແລະ ໃຫ້ສັດຕະຍາບັນ. ຕໍ່ຈາກນັ້ນ ສະພາແຫ່ງຊາດໄດ້ເລືອກຕັ້ງຄະນະນັບບັດ ລວມມີສະມາຊິກ 29 ທ່ານ. ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການເລືອກຕັ້ງ ສສຊ ແລະ ຜູ້ແທນສະພາປະຊາຊົນ. ສສຊ ຫລາຍທ່ານໄດ້ໃຫ້ຂໍ້ສັງເກດວ່າ: ເລື່ອງສ້າງ ແລະ ປະກາດໃຊ້ກົດໝາຍວ່າດ້ວຍການເລືອກຕັ້ງສສຊ ແລະ ຜູ້ແທນສະພາປະຊາຊົນແມ່ນມີຄວາມຈຳເປັນ, ຊ່ວຍໃຫ້ວຽກງານຊີ້ນຳນຳພາ ແລະ ຈັດຕັ້ງການເລືອກຕັ້ງສະດວກ, ຄົບຊຸດ ແລະວິທະຍາສາດກວ່າ, ປະກອບສ່ວນຍົກສູງຄຸນນະພາບ ສສຊ, ສືບຕໍ່ປ່ຽນໃຫມ່ການຈັດຕັ້ງ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນໃນໄລຍະຈະມາເຖິງ. ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍອາກອນຈຳຫນ່າຍພິເສດ, ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງບັນດາກົດໝາຍວ່າດ້ວຍອາກອນ. ຫລັງຈາກນັ້ນຈະປະກາດໝາກຜົນນັບບັດ ແລະ ຮັບຮອງເອົາມະຕິຮັບຮູ້ໝາກຜົນແຫ່ງການລົງຄະແນນສຽງໄວ້ວາງໃຈ.
TAG
vovworld/ກອງປະຊຸມຄົບຄະນະ
Related






