ສະພາແຫ່ງຊາດປຶກສາຫາລືກ່ຽວກັບກົດໝາຍປ້ອງກັນ, ຫລຸດຜ່ອນໄພທຳມະຊາດ
08/11/2012 11:26
ຕອນບ່າຍວັນທີ 8/11, ສະມາຊິກສະພາແຫ່ງຊາດໄດ້ ປຶກສາຫາລືຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຫລີກລ້ຽງ ແລະ ຫລຸດຜ່ອນໄພທຳມະຊາດ, ຮ່າງກົດໝາຍວິທະຍາສາດ ແລະ ເຕັກໂນໂລຊີ ສະບັບປັບປຸງ

ສະມາຊິກສະພາແຫ່ງຊາດປຶກສາຫາລືກ່ຽວກັບບາງຮ່າງກົດໝາຍ ພາບ:internet (vovworld) - ຕອນບ່າຍວັນທີ 8/11, ສະມາຊິກສະພາແຫ່ງຊາດໄດ້ ປຶກສາຫາລືຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຫລີກລ້ຽງ ແລະ ຫລຸດຜ່ອນໄພທຳມະຊາດ, ຮ່າງກົດໝາຍວິທະຍາສາດ ແລະ ເຕັກໂນໂລຊີ ສະບັບປັບປຸງ. ບັນດາຄຳເຫັນຂອງ ສສຊ ເນັ້ນຫນັກວ່າ: ຮ່າງກົດໝາຍ ວ່າດ້ວຍການປ້ອງກັນ, ຫລີກລ້ຽງ ແລະ ຫລຸດຜ່ອນໄພທຳມະຊາດ ຕ້ອງໃກ້ຊິດຕິດແທດ ແລະ ສອດຄ່ອງກັບສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ເພື່ອຫລຸດຜ່ອນຄວາມເສຍຫາຍໂດຍໄພທຳມະຊາດກໍ່ຂຶ້ນ, ບັນດາ ສສຊ ຖືວ່າ ຕ້ອງມີມາດຕະການຢ່າງຄົບຊຸດ, ຂ້ຽວຂາດ ໂດຍມີການເຂົ້າຮ່ວມຂອງທັງລະບົບການເມືອງ, ສັງຄົມ. ຕາມທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ສສຊ ແຂວງ Thai Binh ແລ້ວ, ນອກຈາກການກະກຽມແຜນການຮັບມືກັບການປ່ຽແປງຂອງດິນຟ້າອາກາດ, ໄພທຳມະຊາດ, ຕ້ອງມີກຳລັງຊອກຫາກູ້ໄພກູ້ຊີບຊຳນານງານ. ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ກ່າວວ່າ:
TAG
ຮ່າງກົດໝາຍ
Related






