ສະພາແຫ່ງຊາດຢູແກຼນ ຮັບຮອງເອົາກົດໝາຍກ່ຽວກັບບັນດາມາດຕະການລົງໂທດລັດເຊຍ
15/08/2014 10:35
(vovworld)- ດ້ວຍຈຳນວນ 244 ບັນເຫັນດີເມື່ອທຽບໃສ່ລະດັບຄາດໝາຍຕ່ຳສຸດແມ່ນ 226 ບັດ, ວັນທີ 14/8, ສະພາແຫ່ງຊາດຢູແກຼນ, ເປັນຄັ້ງສຸດທ້າຍໄດ້ຮັບຮອງເອົາກົດໝາຍກ່ຽວກັບບັນດາມາດຕະການລົງໂທດລັດເຊຍ....

ວາລະປະຊຸມຄັ້ງໜຶ່ງຂອງສະພາແຫ່ງຊາດຢູແກຼນ (ພາບ:TTXVN) (vovworld)- ດ້ວຍຈຳນວນ 244 ບັນເຫັນດີເມື່ອທຽບໃສ່ລະດັບຄາດໝາຍຕ່ຳສຸດແມ່ນ 226 ບັດ, ວັນທີ 14/8, ສະພາແຫ່ງຊາດຢູແກຼນ, ເປັນຄັ້ງສຸດທ້າຍໄດ້ຮັບຮອງເອົາກົດໝາຍກ່ຽວກັບບັນດາມາດຕະການລົງໂທດລັດເຊຍ, ດ້ວຍບາງການປ່ຽນແປງກ່ຽວກັບບັນຫາຈຳກັດດ້ານສື່ສານ. ຕາມນັ້ນແລ້ວ, ສະພາປ້ອງກັນຄວາມສະຫງົບ ແລະ ປ້ອງກັນຊາດຢູແກຼນ ມີສິດປິດລ້ອມຊັບສົມບັດ, ຈຳກັດບັນດາການຕິດຕໍ່ພົວພັນການຄ້າ, ໃຫ້ຢຸດທັງໝົດຫຼືສ່ວນໜຶ່ງຂອງການຂົນສົ່ງຊັບພະຍາກອນຜ່ານແດນ, ບັນດາຖ້ຽວບິນ, ແລະ ບັນດາຮູບການຄົມມະນາຄົມຂົນສ່ົງອື່ນໆ ຜ່ານດິນແດນຢູແກຼນ, ສະກັດກັ້ນການຖອນທຶນ, ໃຫ້ຢຸດການປະຕິບັດພັນທະດ້ານເສດຖະກິດ ແລະ ການເງິນ, ລົບລ້າງໜັງສືອະນຸຍາດ. ນອກຈາກນັ້ນ, ຢູແກຼນຍັງກຳນົດມາດຕະການຫ້າມຫຼືຈຳກັດການເຂົ້າ-ອອກເຂດນ່ານນ້ຳ, ທ່າກຳປັ່ນຂອງເຮືອກຳປັ່ນ, ເຂົ້າ-ອອກເຂດນ່ານຟ້າຂອງເຮືອບິນ, ຢຸດບັນດາສັນຍາເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.....ນອກຈາກນັ້ນກໍຍັງມີການຢຸດຕິບັນດາການແລກປ່ຽນດ້ານວັດທະ ນະທຳ, ຮ່ວມມືວິທະຍາສາດ, ປະຕິເສດອອກວີຊາ, ລົບລ້າງການຢ້ຽມຢາມຢ່າງເປັນທາງການ....
TAG
vov/vovworld/ສະພາແຫ່ງຊາດ
Related






