ສະພາຕ່ຳລັດເຊຍ ຮຽກຮ້ອງ ອາເມລິກາ ຈົ່ງຢຸດຕິ ການປິດລ້ອມເສດຖະກິດຕ້ານກູບາ
21/11/2012 08:25
ຕອນບ່າຍວັນທີ 20/11, ສະພາຕຳ່ລັດເຊຍ ໄດ້ຮຽກຮ້ອງ ໃຫ້ ອາເມລິກາ ຈົ່ງຢຸດຕິການປິດລ້ອມດ້ານເສດຖະກິດ ການຄ້າ ແລະ ການເງິນຕ້ານກູບາ

ອາເມລິກາ ນຳໃຊ້ນະໂຍບາຍຂວ້ຳບາດຕ້ານກູບາ ໄດ້ກໍ່ຄວາມເສຍຫາຍຕໍ່ ປະເທດນີ້ກວ່າ 108 ຕື້ USD ພາບ: internet (vovworld) - ຕອນບ່າຍວັນທີ 20/11, ສະພາຕຳ່ລັດເຊຍ ໄດ້ຮຽກຮ້ອງ ໃຫ້ ອາເມລິກາ ຈົ່ງຢຸດຕິການປິດລ້ອມດ້ານເສດຖະກິດ ການຄ້າ ແລະ ການເງິນຕ້ານກູບາ. ນີ້ເປັນຄັ້ງທີ 10 ນັບແຕ່ເມື່ອປີ 1994, ສະພາຕຳ່ລັດເຊຍ ຍົກອອກຄຳຮຽກຮ້ອງດັ່ງກ່າວ. ໃນ ຖະແຫລງການຂອງຕົນ, ລັດເຊຍ ໄດ້ເນັ້ນຫນັກເຖິງເລ່ືອງ ສະພາຄວາມໝັ້ນຄົງ ສປຊ ໄດ້ວາງອອກມະຕິໂດຍຮຽກຮ້ອງໃຫ້ ອາເມລິກາ ຈົ່ງຢຸດຕິການປິດລ້ອມດ້ານເສດຖະກິດ ເພື່ອຕ້ານກູບາ. ເລື່ອງອາເມລິກາ ຈັດວາງຄຳສັ່ງຂວ້ຳບາດຕ້ານ ກູບາ ພຽງຝ່າຍດຽວນັ້ນ ບໍ່ພຽງແຕ່ເປັນສິ່ງກີດຂວາງຕໍ່ພື້ນຖານເສດຖະກິດ ກູບາ ເທົ່ານັ້ນ ຫາກຍັງລະເມີດບັນດາສິດ ແລະ ຜົນປະໂຫຍດອັນຊອບທຳຂອງ ຊາວ ກູບາ ທີ່ພວມດຳລົງຊີວິດຢູ່ບັນດາປະເທດອື່ນໃນໂລກອີກດ້ວຍ. ເລ່ືອງ ອາເມລິກາ ນຳໃຊ້ນະໂຍບາຍຂວ້ຳບາດຕ້ານກູບາ ໄດ້ກໍ່ຄວາມເສຍຫາຍຕໍ່ປະເທດນີ້ກວ່າ 108 ຕື້ USD ຄິດໄລ່ຮອດເດືອນ 12/2011. ສະພາຕຳ່ ລັດເຊຍ ອີກຄັ້ງຫນຶ່ງຮຽກຮ້ອງໃຫ້ສະພາແຫ່ງຊາດ ອາເມລິກາ ບົນພື້ນຖານບັນດາຫລັກການກ່ຽວກັບການພົວພັນກັບສາກົນທີ່ໄດ້ຮັບການຮັບຮູ້ ຈົ່ງພິຈາລະນາຄືນກົດໝາຍ Helms - Burton ແລະ ເອກະສານອື່ນທີ່ພວມກີດຂວາງການພົວພັນຮ່ວມມືດ້ານເສດຖະກິດ ການຄ້າ ກັບກູບາ, ຈາກນັ້ນ ຊອກຫາວິທີແກ້ໄຂບັນດາຜົນຮ້າຍຢ່ອນຫລັງຈາກສົງຄາມເຢັນ. ສະພາຕຳ່ ລັດເຊຍ ຍັງຮຽກຮ້ອງໃຫ້ສະພາແຫ່ງຊາດທຸກປະເທດສະມາຊິກ ສປຊ ຈ່ົງສົມທົບຄວາມມານະພະຍາຍາມ ເພື່ອຮຽກຮ້ອງ ອາເມລິກາ ຍົກເລິກນະໂຍບາຍຂວ້ຳບາດຕ້ານກູບາ.
TAG
ກູບາ
Related






