VOV WorldVOV World
ສະຖານທູດລາວປະຈຳຫວຽດນາມຈັດພິທີຕ້ອນຮັບບຸນປີໃຫມ່ລາວ
13/04/2013 10:11
ທ່ານ ສົມ​ພອນ ສີ​ຈະ​ເລີ​ນ, ​ເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ​ຫວຽດນາມ ຖື​ວ່າ: ​ການຈັດ​ຕັ້ງ​ພິທີ​ຕ້ອນຮັບ​ບຸນປີ​ໃຫມ່​ລາວ ຢູ່ ຮ່າ​ໂນ້ຍ ມີ​ຄວາມ​ໝາຍ​ສຳຄັນ, ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ ລາວ ​ແລະ ຫວຽດນາມ
ສະຖານທູດລາວປະຈຳຫວຽດນາມຈັດພິທີຕ້ອນຮັບບຸນປີໃຫມ່ລາວ
ບັນດາການນຳເຂົ້າຮ່ວມພິທີບາສີສູ່ຂວັນ ພາບ:internet (vovworld) -  ວັນ​ທີ 12/4, ສະຖານທູດ ລາວ​ປະຈຳ​ຫວຽດນາມ ​ໄດ້​ຈັດ​ພິທີ​ຕ້ອນຮັບ​ບຸນປີ​ໃຫມ່​ລາວ ພ.ສ 2556 (ປີ​ມະເສັງ). ນະ​ພິທີ, ທ່ານ ສົມ​ພອນ ສີ​ຈະ​ເລີ​ນ, ​ເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ​ຫວຽດນາມ ຖື​ວ່າ: ​ການຈັດ​ຕັ້ງ​ພິທີ​ຕ້ອນຮັບ​ບຸນປີ​ໃຫມ່​ລາວ ຢູ່ ຮ່າ​ໂນ້ຍ ມີ​ຄວາມ​ໝາຍ​ສຳຄັນ, ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ ລາວ ​ແລະ ຫວຽດນາມ. ປີ 2012, ສອງ​ຝ່າຍ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ປີ​ສາມັກຄີ​ມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ​ສຳ​ເລັດ​ຜົນ, ສ້າງ​ບາດ​ລ້ຽວສຳຄັນ​ກ່ຽວ​ກັບ​ຄວາມ​ເຂົ້າ​​ອົກ​ເຂົ້າ​ໃຈ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ປະຊາຊົນ​ສອງ​ຊາດ​ໃນ​ການ​ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ເອກ​ອັກຄະ​ລັດຖະທູດ ລາວ ປະຈຳ​ຫວຽດນາມ, ສົມ​ພອນ ສີ​ຈະ​ເລີ​ນ ​ກ່າວ​ວ່າ:        
TAG
ປີໃຫມ່ລາວ