VOV WorldVOV World
ສະຖານທູດລາວປະຈຳຫວຽດນນາມຈັດງານລ້ຽງເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຄົບຮອບ40ປີ
01/12/2015 09:07
(vovworld) - ​​ຕ​ອນ​​ຄ່ຳ​ວັນ​ທີ 30/11, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ, ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສ​ປ​ປ​ລາວ ປະ​ຈຳ​ຮ່າ​ໂນ້ຍ ທອງ​ສະ​ຫວັນ ພົມ​ວິ​ຫານ ໄ​ດ້​ຈັດ​ງານ​ລ້ຽງຢ່າງ​ສົມ​ກຽດ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 40 ປີ​ແຫ່ງວັນຊາດ​​ສ​ປ​ປ.ລາວ
ສະຖານທູດລາວປະຈຳຫວຽດນນາມຈັດງານລ້ຽງເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຄົບຮອບ40ປີ
(vovworld) - ​​ຕ​ອນ​​ຄ່ຳ​ວັນ​ທີ 30/11, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ, ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສ​ປ​ປ​ລາວ ປະ​ຈຳ​ຮ່າ​ໂນ້ຍ ທອງ​ສະ​ຫວັນ ພົມ​ວິ​ຫານ ໄ​ດ້​ຈັດ​ງານ​ລ້ຽງຢ່າງ​ສົມ​ກຽດ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 40 ປີ​ແຫ່ງວັນຊາດ​​ສ​ປ​ປ.ລາວ (02/12/1975 – 02/12/2015). ເຂົ້າ​ຮ່ວມ​ພິ​ທີ​ມີ​ທ່ານ ເລ​ຮົ່ງ​ແອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ; ທ່ານ​ນາງ ຫງວຽນ​ທິ​ຢ​ວານ, ກຳ​ມະ​ການ​ສູນ​ກາງ​ພັກ, ຮອງ​ປະ​ທານ​ປະ​ເທດ; ທ່ານ ຫວູ​ວັນ​ນິງ, ກຳ​ມະ​ການ​ສູນ​ກາງ​ພັກ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ພ້ອມ​ກັບ​ຜູ້​ຕາງ​ໜ້າ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຂອງ​ຫວຽດ​ນາມ ແລະ ​ບັນ​ດາເອກ​ອັກ​ຄະ​ລັດ​ຖະ​ທູດ, ນັກ​ການ​ທ​ູດ ແລະ ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຢູ່​ຮ່າ​ໂນ້ຍ.
TAG
vovworld/vov/​ພັດ​ທະ​ນາ