ຊີວະປະຫວັດຫຍໍ້ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
07/04/2026 04:43
[VOVWORLD] - ເວລາຜ່ານມາ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ ໄດ້ຊີ້ນຳນຳພາ, ປະກາດໃຊ້ຫຼາຍນະໂຍບາຍຊີ້ຂາດໃຫຍ່, ວາງເປົ້າໝາຍຮອດປີ 2030 ຫວຽດນາມ ກາຍເປັນປະເທດພວມພັດທະນາ ມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ; ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.

(CHỈ ĐỂ ẢNH TRONG TIN): Đồng chí Tô Lâm, Tổng Bí thư Ban Chấp hành Trung ương Đảng Cộng sản Việt Nam, Chủ tịch nước Cộng hòa xã hội chủ nghĩa Việt Nam nhiệm kỳ 2026 - 2031. Ảnh: TTXVN ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (ພາບ: TTXVN) ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ເກີດວັນທີ 10 ກໍລະກົດ 1957. ບ້ານເກີດ: ຕາແສງ ເຫງ້ຍຈຸ, ແຂວງຮຶງອຽນ ທ່ານເປັນກຳມະການສູນກາງພັກ 4 ຊຸດຢ່າງຕໍ່ເນື່ອງ, ແຕ່ຊຸດທີ XI ຫາ ຊຸດທີ XIV, ເປັນກຳມະການກົມການເມືອງ 3 ຊຸດແຕ່ຊຸດທີ XII ຫາ ຊຸດທີ XIV, ສະມາຊິກສະພາແຫ່ງຊາດ 3 ຊຸດແຕ່ຊຸດທີ XIV ຫາຊຸດທີ XVI. ພາຍຫຼັງຮຽນຈົບໂຮງຮຽນຕຳຫຼວດສູນກາງ, ເປັນຈຸບັນແມ່ນວິທະຍາຄານຄວາມໝັ້ນຄົງປະຊາຊົນ, ທ່ານເຮັດວຽກຢູ່ກົມປ້ອງກັນການເມືອງ 1, ຫຼັງຈາກນັ້ນດຳລົງບັນດາຕຳແໜ່ງຄື: ຮອງຫົວໜ້າກົມປົກປ້ອງການເມືອງ 1, ຫົວໜ້າກົມປົກປ້ອງການເມືອງ 3, ກົມໃຫຍ່ປ້ອງກັນຄວາມສະຫງົບ. ປີ 2009, ທ່ານດຳລົງຕຳແໜ່ງເປັນຫົວໜ້າກົມໃຫຍ່ປ້ອງກັນຄວາມສະຫງົບ 1. ກ່ອນທີ່ຈະດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງຕຳຫຼວດແຕ່ເດືອນເມສາປີ 2016, ທ່ານດຳລົງຕຳແໜ່ງເປັນຮອງລັດຖະມົນຕີເປັນເວລາ 6 ປີ. ຕົ້ນປີ 2019, ທ່ານໄດ້ເລື່ອນຊັ້ນຂຶ້ນເປັນພົນເອກ. ເດືອນພຶດສະພາປີ 2024, ສະພາແຫ່ງຊາດໄດ້ເລືອກເອົາທ່ານດຳລົງຕຳແໜ່ງປະທານປະເທດ, ຫຼັງຈາກນັ້ນ 3 ເດືອນ ຄະນະບໍລິຫານງານສູນກາງພັກຊຸດທີ XIII ເລືອກຕັ້ງທ່ານດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ. ທ່ານດຳລົງສອງຕຳແໜ່ງໃນໄລຍະສັ້ນ, ຫຼັງຈາກນັ້ນດຳລົງຕຳແໜ່ງເລຂາທິການໃຫຍ່ແຕ່ເດືອນ ຕຸລາ 2024 ມາຮອດປັດຈຸບັນ. ເວລາຜ່ານມາ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ ໄດ້ຊີ້ນຳນຳພາ, ປະກາດໃຊ້ຫຼາຍນະໂຍບາຍຊີ້ຂາດໃຫຍ່, ວາງເປົ້າໝາຍຮອດປີ 2030 ຫວຽດນາມ ກາຍເປັນປະເທດພວມພັດທະນາ ມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ; ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.
TAG
VOV/VOVWORLD
Related





