ສັນນິບາດອາຮັບໄດ້ນຳ ສະເໜີບັນດາມາດຕະການ ລົງໂທດດ້ານເສດຖະກິດຕ້ານ ຊີຣີ
27/11/2011 10:09
ສັນນິບາດອາຮັບ AL ໄດ້ນຳສະເໜີບັນດາມາດຕະການລົງໂທດດ້ານເສດຖະກິດຕ້ານ ຊີຣີ ພາຍຫຼັງ ດາມາກຸດ ບໍ່ຍອມຮັບຄຳຂາດ ຂອງອົງການນີ້ ກ່ຽວກັບການອະນຸຍາດໃຫ້ບັນດາຜູ້ສັງເກດການໄປຍັງ ຊີຣີ.

(ພາບ: AFP/ TTXVN) ວັນທີ 26/11 ສັນນິບາດອາຮັບ AL ໄດ້ນຳສະເໜີບັນດາມາດຕະການລົງໂທດດ້ານເສດຖະກິດຕ້ານ ຊີຣີ ພາຍຫຼັງ ດາມາກຸດ ບໍ່ຍອມຮັບຄຳຂາດ ຂອງອົງການນີ້ ກ່ຽວກັບການອະນຸຍາດໃຫ້ບັນດາຜູ້ສັງເກດການໄປຍັງ ຊີຣີ. ຂໍ້ສະເໜີ ລົງໂທດດ້ານເສດຖະກິດຕ້ານ ຊີຣີ ໄດ້ຖືກຮັບຮອງເອົາໃນວັນທີ 26/11 ຢູ່ທີ່ກອງປະຊຸມລັດຖະມົນຕີການເງິນ AL ຊຶ່ງຈັດຂຶ້ນຢູ່ ກາຍໂລ ປະເທດ ອີຢິບ. ຕາມຂໍ້ສະເໜີດັ່ງກ່າວແລ້ວ, ALຈະປິດລ້ອມບັນດາກອງທຶນ ທີ່ຂຶ້ນກັບລັດຖະບານ ຊີຣີ, ຢຸດຕິບັນດາການເຄື່ອນໄຫວຕິດຕໍ່ພົວພັນດ້ານການຄ້າກັບລັດຖະບານ ຊີຣີ, ເວັ້ນເສຍບັນດາປະເພດສິນຄ້າທີ່ຈຳເປັນຂອງປະຊາຊົນ, ຫ້າມບັນດາເຈົ້າໜ້າທີ ຊີຣີ ເຂົ້າເມືອງບັນດາປະເທດອາຮັບ, ໂຈະບັນດາຖ້ຽວບິນ ແລະ ຢຸດຕິທຸກການຕິດຕໍ່ພົວພັນການເງິນກັບ ອຳນາດການປົກຄອງ ຊີຣີ ກໍ່ຄືທະນາຄານສູນກາງຂອງປະເທດນີ້. AL ຍັງຮຽກຮ້ອງ ຈົ່ງປິດລ້ອມບັນດາບ້ວງເງິນລົງທຶນ ໃຫ້ແກ່ບັນດາໂຄງການລົງທຶນຢູ່ ຊີຣີ.
Related






