ສປປເກົາຫລີສືບຕໍ່ຍິງທົດລອງລູກສອນໄຟນຳວິຖີ
29/06/2014 07:56
(vovworld)- ບັນດາສື່ມວນຊົນຍີ່ປຸ່ນ ແລະ ສເກົາຫລີ ໄດ້ລາຍງານຂ່າວວ່າ: ຕອນເຊົ້າວັນທີ 29/6, ສປປ ເກົາຫລີ ໄດ້ຍິງລູກສອນໄຟນຳວິຖີ 2 ລູກ

ພາບປະກອບ:Yonhap/ TTXVN (vovworld)- ບັນດາສື່ມວນຊົນຍີ່ປຸ່ນ ແລະ ສເກົາຫລີ ໄດ້ລາຍງານຂ່າວວ່າ: ຕອນເຊົ້າວັນທີ 29/6, ສປປ ເກົາຫລີ ໄດ້ຍິງລູກສອນໄຟນຳວິຖີ 2 ລູກເຂົ້າເຂດທະເລນອກຝັ່ງ ທາງທະເລຕາເວັນອອກ ຍີ່ປຸ່ນ, ພາຍຫລັງ 3 ມື້ທີ່ພຽງຢາງ ດຳເນີນການຍິງລູກສອນໄຟນຳວິຖີເຊັ່ນດຽວກັນ. ຝ່າຍ ຍີ່ປຸ່ນ ໃຫ້ຮູ້ວ່າ: ເຫດການຍິງລູກສອນໄຟດັ່ກງ່າວແມ່ນດຳເນີນໄປໃນເວລາ 5 ໂມງເຊົ້າ ແຕ່ບໍ່ເປີດເຜີຍລາຍລະອຽດ. ໃນຂະນະນັ້ນ, ໃນວັນດຽວກັນ, ສຳນັກຂ່າວ Yonhap ຂອງ ສເກົາຫລີ ລາຍງານຂ່າວວ່າເ ນີ້ແມ່ນລູກສອນໄຟໄລຍະສັ້ນ ລູກທີ 2.
TAG
vovworld/ລູກສອນໄຟ
Related






