VOV WorldVOV World
ຊຸກຍູ້ເສດຖະກິດພາກກາງພັດທະນາແບບຍືນຍົງໃນໄລຍະໃຫມ່
15/08/2014 10:47
(vovworld)- ສຳ​ຫລວດ​ກວດກາ​ການ​ປະຕິບັດ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ພັດທະນາ​ເສດຖະກິດ​ພາກ​ກາງ ​ໃນ​ໄລຍະ​ຜ່ານ​ມາ
ຊຸກຍູ້ເສດຖະກິດພາກກາງພັດທະນາແບບຍືນຍົງໃນໄລຍະໃຫມ່
ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ ພາບ:http://vneconomy.vn (vovworld)- ສຳ​ຫລວດ​ກວດກາ​ການ​ປະຕິບັດ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ພັດທະນາ​ເສດຖະກິດ​ພາກ​ກາງ ​ໃນ​ໄລຍະ​ຜ່ານ​ມາ, ປຶກສາ​ຫາລື​ການ​ຮ່ວມ​ສຳພັນ, ຍູ້​ແຮງ​ບົດບາດ​ວິ​ສາ​ຫະກິດ, ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ເສດຖະກິດ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​​ພາກ​ກາງ​ໃນ​ໄລຍະ​ຈະ​ມາ​ເຖິງ. ນັ້ນ​ແມ່ນ​ບັນ​ດາ​ເນື້ອ​​ໃນ​ຕົ້ນຕໍ​ຂອງ “​ເວທີ​ປາ​ໄສ​ເສດຖະກິດ​ພາກ​ກາງ” ທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 15/8 ຢູ່ນະຄອນ ດາ​ຫນັງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເຂົ້າ​ຮ່ວມ ​ແລະ ​ເປັນ​ປະທານ​ເວທີ​ປ​າ​ໄສ. ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເຫ​ນີບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ສຸມ​ໃສ່​ຊີ້​ແຈ້ງ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ.        
TAG
vovworld/ເວທີປາໄສ