ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແມ່ນບຸລິມະສິດອັນດັບໜຶ່ງໃນ IPU 132
28/03/2015 10:26
(vovworld)- ຕອນເຊົ້າວັນທີ 28/3, ຢູ່ຮ່າໂນ້ຍໄດ້ດຳເນີນກອງປະຊຸມສະມາຊິກລັດຖະສະພາຍິງ ຄັ້ງທີ 21...

ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນໄດ້ຮັບແຕ່ງຕັ້ງເປັນປະທານກອງປະຊຸມສະມາຊິກລັດຖະສະພາຍິງ ຄັ້ງທີ 21 (vovworld)- ກ່ອນທີ່ດຳເນີນພິທິໄຂກອງປະຊຸມສະຫະພັນລັດຖະສະພາສາກົນ 132 (IPU 132 ) , ຕອນເຊົ້າວັນທີ 28/3, ຢູ່ຮ່າໂນ້ຍໄດ້ດຳເນີນກອງປະຊຸມສະມາຊິກລັດຖະສະພາຍິງ ຄັ້ງທີ 21. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ຢືນຢັນວ່າ : ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ ຍາມໃດກໍແມ່ນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ນັບແຕ່ກ່ອນເປັນຕົ້ນມາ. ສະພາແຫ່ງຊາດຫວຽດນາມໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນພາລະກິດ ຄວາມສະເໝີພາບລະຫວ່າງຍິງ-ຊາຍຂອງຫວຽດນາມ ກໍຄືຄາດໝາຍຂອງສະຫະພັນລັດຖະສະພາສາກົນ. ທີ່ກອງປະຊຸມ, ທ່ານປະທານ IPU Saber Chowdhury ເນັ້ນໜັກວ່າ : “ ບັນຫາຄວາມສະເໝີພາບລະຫວ່າງຍິງ-ຊາຍ ແມ່ນບັນຫາໄດ້ຮັບບຸລິມະສິດອັນດັບໜຶ່ງໃນ IPU 132 . ປີນີ້ ແມ່ນປີສະເຫຼີມສະຫຼອງ 30 ປີແຫ່ງວັນຈັດກອງປະຊຸມຂອງ ສະມາຊິກລັດຖະສະພາຍິງ. ພວກຂ້າພະເຈົ້າຢາກເຫັນອັດຕາແມ່ຍິງເຂົ້າໃນໃນ ລັດຖະສະພາ, ເຂົ້າຮ່ວມໃນຂົງເຂດການເມືອງຫຼາຍກ່ວາອີກ. ຂ້າພະເຈົ້າຖືວ່າ ບັນດາໂຄງການດຳເນີນງານຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍທີ່ກອງປະຊຸມຄັ້ງນີ້ ຈະສືບຕໍ່ຍູ້ແຮງບັນດາຄາດໝາຍກ່ຽວກັບ ຄວາມສະເໝີພາບລະຫວ່າງຍິງ-ຊາຍໃຫ້ດີກວ່າອີກ ”
TAG
vov/vovworld/ສະພາແຫ່ງຊາດ/ລັດຖະສະພາ
Related






