ສຸມໃສ່ທຸກແຫລ່ງກຳລັງນຳເຂດໄຕງວຽນພັດທະນາແບບຍືນຍົງ
12/04/2013 10:31
ສືບຕໍ່ກໍ່ສ້າງເຂດໄຕງວຽນກາຍເປັນຫນຶ່ງໃນບັນດາເຂດພັດທະນາຂອງທັງປະເທດ

ກອງປະຊຸມສົ່ງເສີມການລົງທຶນຢູ່ເຂດໄຕງວຽນ ຄັ້ງທີ 2 ພາບ:chinhphu.vn (vovworld)- ສຸມໃສ່ລະດົມທຸກແຫລ່ງກຳລັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອລົງທຶນພັດທະນາພື້ນຖານໂຄງລ່າງທັນສະໄຫມ, ຜັນຂະຫຍາຍການວາງແຜນກຳນົດຢ່າງມີປະສິດທິຜົນ, ຕິດພັນກັບຄວາມສາມາດບົ່ມຊ້ອນ,ທ່າໄດ້ປຽບ, ສືບຕໍ່ກໍ່ສ້າງເຂດໄຕງວຽນກາຍເປັນຫນຶ່ງໃນບັນດາເຂດກຳລັງຫນູນພັດທະນາຂອງທັງປະເທດ. ນີ້ແມ່ນຄຳເຫັນຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ທີ່ກອງປະຊຸມສົ່ງເສີມການລົງທຶນຢູ່ເຂດໄຕງວຽນ ຄັ້ງທີ 2 ຊື່ງດຳເນີນໄປໃນຕອນເຊົ້າວັນທີ 12/4 ຢູ່ Peliku ແຂວງ ຢາລາຍ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຊີ້ແຈງວ່າ: ເພື່ອສືບຕໍ່ກໍ່ສ້າງເຂດໄຕງວຽນໃຫ້ກາຍເປັນຫນຶ່ງໃນບັນດາເຂດກຳລັງຫນູນພັດທະນາຂອງທົ່ວປະເທດ, ກະຊວງແຜນການ ແລະ ການລົງທຶນຕ້ອງຮີບເຮັ່ງສ້າງບັນດາກົນໄກ, ນະໂຍບາຍບຸລິມະສິດການລົງທຶນພັດທະນາເສດຖະກິດສັງຄົມ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບຢູ່ເຂດໄຕງວຽນຮອດປີ 2020. ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ:
TAG
ການລົງທຶນ
Related






