VOV WorldVOV World
ສູນເຂດຮ້ອນ ຫວຽດນາມ ລັດເຊຍ
15/03/2012 07:46
ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ເນື່ອງ​ໃນ​ໂອກາດລະນຶກ 25 ປີ ​ແຫ່ງ​ວັນ​ລົງ​ນາມ​ໃນ​ສັນຍາ​ລະຫວ່າງ​ລັດຖະບານ​ຫວຽດນາມ ​ແລະ ​ໂຊ​ວຽດ​ເກົ່າ
ສູນເຂດຮ້ອນ ຫວຽດນາມ ລັດເຊຍ
ສູນເຂດຮ້ອນ ຫວຽດນາມ ລັດເຊຍ ພາບປະກອບ: internet (vov) - ຕອນ​ບ່າຍ​ວັນ​ທີ 14/3 ຢູ່ ນະຄອນຫລວງ ມົດ​ສະ​ກູ ສະຫະພັນ​ລັດ​ເຊຍ, ສະພາ​ວິ​ທະຍາ​ສາດ ສູນ​ເຂດ​ຮ້ອນ ຫວຽດນາມ ລັດ​ເຊຍ​ໄດ້ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ເນື່ອງ​ໃນ​ໂອກາດລະນຶກ 25 ປີ ​ແຫ່ງ​ວັນ​ລົງ​ນາມ​ໃນ​ສັນຍາ​ລະຫວ່າງ​ລັດຖະບານ​ຫວຽດນາມ ​ແລະ ​ໂຊ​ວຽດ​ເກົ່າ ປະ​ຈຸ​ບັນ​ແມ່ນ​ສະຫະພັນ​ລັດ​ເຊຍ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສູນ​ເຂດ​ຮ້ອນ​ຫວຽດນາມ ລັດ​ເຊຍ ຢູ່ ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ​ເຈີ​ນຫວຽດ​ແທນ, ຮອງ​ລັດຖະມົນຕີ​ກະຊວງ​ວິ​ທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຊີ້​ແຈງ​ວ່າ:​ ລັດຖະບານ​ຫວຽດນາມ ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງການ​ເຄື່ອນ​ໄຫວ​ຂອງສູນ​ດັ່ງກ່າວ​ໃນ​ໄລຍະ​ຜ່ານ​ມາ, ຖື​ວ່າ​ນີ້​ແມ່ນ​ສັນ​ຍາ​ລັກ​ທີ່​ພົ້ນ​ເດັ່ນ​ຂອງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ​ບັນດາ​ນັກວິທະຍາສາດ​ສອງ​ປະ​ເທດ. ທ່ານ ຈີ້​ງກວັກ​ແຄນ, ພົນ​ຈັດຕະວາ, ສະມາ​ຊິກ​ສະພາ​ມະຫາບັນ​ດີດ, ຜູ້ອຳນວຍ​ການ​ໃຫຍ່​ສູນ​ເຂດ​ຮ້ອນ ຫວຽດນາມ ລັດ​ເຊຍ ​ໃຫ້​ຮູ້​ວ່າ:
TAG
ສູນເຂດຮ້ອນ