ສືບຕໍ່ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13
30/05/2013 08:11
ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບສະພາບເສດຖະກິດສັງຄົມຫວຽດນາມປີ 2012 ແລະ ໃນຊຸມເດືອນຕົ້ນປີ 2013

(vovworld)- ວັນທີ 30/5, ສືບຕໍ່ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບສະພາບເສດຖະກິດສັງຄົມຫວຽດນາມປີ 2012 ແລະ ໃນຊຸມເດືອນຕົ້ນປີ 2013. ສສຊ ຫລາຍທ່ານເຫັນດີກັບບົດລາຍງານຂອງລັດຖະບານກ່ຽວກັບສະພາບເສດຖະກິດສັງຄົມປະຈຸບັນ. ເມື່ອທຽບໃສ່ປີ 2012, ສະພາບເສດຖະກິດມີສັນຍານດີກວ່າ. ຈຸດເດັ່ນແມ່ນຄວບຄຸມໄພເງິນເຟີ້ໄດ້ ແລະ ນີ້ແມ່ນຈຸດເວລາສະດວກເພື່ອດຳເນີນບັນດາມາດຕະການຢ່າງແຂງແຮງກວ່າ, ມຸ່ງໄປເຖິງຈຸດໝາຍໄລຍະກາງ. ບັນດາ ສສຊ ໄດ້ເຫັນດີກັບ 6 ໝວດມາດຕະການ ຊື່ງລັດຖະບານຍົກອອກ ແຕ່ຖືວ່າ ບໍ່ທັນແຂງແຮງເພື່ອຟື້ນຟູພື້ນຖານເສດຖະກິດ. ທ່ານເຈີນຢູລີກ ສສຊ ນະຄອນໂຮ່ຈິມີນ ສະເຫນີວ່າ:
TAG
ວຽກເຮັດງານທຳ
Related






