ສືບຕໍ່ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັງປຸງ
20/03/2013 10:05
ສືບຕໍ່ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັງປຸງ

(ພາບປະກອບ) (vovworld) - ຕອນເຊົ້າວັນທີ 20/03, ຢູ່ຮ່າໂນ້ຍ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ໄດ້ຈັດກອງປະຊຸມຮັບເອົາຄຳຄິດຄຳເຫັນຂອງນັກຮຽນຮູ້, ນັກປັນຍາຊົນ, ນັກກົດໝາຍ, ຜູ້ທີ່ດີເດັ່ນໃນບັນດາເຜົ່າສ່ວນນ້ອຍ, ຜູ້ມີຍົດຖາບັນດາສັກທາງສາສະໜາ ທີ່ປະກອບຄຳຄິດຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັງປຸງ. ບັນດາຜູ້ແທນລ້ວນແຕ່ຖືວ່າ ຮ່າງລັດຖະທຳມະນູນປີ 1992 ສະບັບປັງປຸງ ສືບຕໍ່ຢືນຢັນ ແລະ ສະແດງໃຫ້ເຫັນແຈ້ງແນວຄິດເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ຖືມະຫາສາມັກຄີທົ່ວປວງຊົນທັງຊາດແມ່ນກຳລັງຊຸກຍູ້, ແມ່ນແຫຼ່ງກຳລັງແຮງທີ່ໃຫຍ່ຫຼວງເພື່ອສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ແຕ່ລັດຖະທຳມະນູນຕ້ອງກຳນົດຢ່າງຈະແຈ້ງ ແລະ ກຳນົດທີ່ຕັ້ງຍຸດທະສາດຂອງບັນດາເຜົ່າ ແລະ ສາມັກຄີບັນດາເຜົ່າ; ສິດ ແລະ ພັນທະສະເໝີພາບຂອງບັນດາເຜົ່າ; ບັນດາຫຼັກການ, ນະໂຍບາຍແກ້ໄຂບັນຫາຊົນເຜົ່າ; ໜ້າທີ່ຮັບປະກັນຂອງລັດ, ເສີມຂະຫຍາຍກຳລັງແຮງພາຍໃນຂອງບັນດາເຜົ່າ... ກ່ຽວກັບບັນຫາເຫຼື້ມໃສສາສະໜາ ໄດ້ມີຂໍ້ກຳນົດຢ່າງລະອຽດໃນມາດຕາ 25 ຂອງຮ່າງລັດຖະທຳມະນູນ. ແຕ່ພະມະຫາອາຈານ ທິກຢາກວາງ, ຮອງປະທານສະພາບໍລິຫານງານ, ສູນກາງສະມາຄົມພຸດທະສາສະໜາຫວຽດນາມ ໄດ້ຖືວ່າ.
TAG
ແນວໂຮມປະເທດຊາດ
Related






