ທ່ານ ເລຮົ່ງແອງ ຜູ້ປະຈຳການຄະນະເລຂາສູນກາງ ຢ້ຽມຢາມບັນດາອະດີດການນຳຂັ້ນສູງລາວ
02/12/2015 11:07
ຕອນບ່າຍ 2/12, ທ່ານ ເລຮົ່ງແອງ ຜູ້ປະຈຳການຄະນະເລຂາສູນກາງພ້ອມດ້ວຍຄະນະຜູ້ແທນ...

ທ່ານ ເລຮົ່ງແອງ ຜູ້ປະຈຳການຄະນະເລຂາສູນກາງ ແລະ ທ່ານສະໝານ ວິຍາເກດ ອະດີດປະທານສະພາແຫ່ງຊາດລາວ (vovworld)- ໃນຂອບເຂດການຢ້ຽມຢາມ ແລະ ເຂົ້າຮ່ວມພິທີແຫ່ຂະບວນ, ສວນສະໜາມເພື່ອສະເຫຼີມສະຫຼອງ 40 ປີແຫ່ງວັນຊາດ ລາວ, ຕອນບ່າຍ 2/12, ທ່ານ ເລຮົ່ງແອງ ຜູ້ປະຈຳການຄະນະເລຂາສູນກາງພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ ແລະ ລັດຫວຽດນາມໄດ້ໄປຢ້ຽມຢາມ ແລະ ອວຍພອນສຸຂະພາບທ່ານສະໝານ ວິຍາເກດ ອະດີດປະທານສະພາແຫ່ງຊາດລາວ, ຢ້ຽມຢາມ ແລະ ອວຍພອນສຸຂະພາບທ່ານ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີ, ອະດີດປະທານຄະນະກຳມະການສູນກາງແນວລາວສ້າງຊາດ. ທີ່ບັນດາການພົບປະ, ທ່ານ ເລຮົ່ງແອງ ຜູ້ປະຈຳການຄະນະເລຂາສູນກາງ ຢືນຢັນວ່າ ໃນບໍ່ວ່າສະພາບການໃດໆ, ການປັບປຸງ ແລະ ເພີ່ມທະວີການພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ຍາມໃດກໍໜ້າທີ່ຍຸດທະສາດທີ່ມີຕໍ່ການພັດທະນາຂອງແຕ່ລະປະເທດ. ຫວຽດນາມຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບລາວຮັກສາສາຍພົວພັນສາມັກຄີແບບພິເສດລະຫວ່າງ 2 ປະເທດນີ້.
TAG
vovworld/ລາວ/ຫວຽດນາມ
Related






