ທ່ານ ສື່ຈີນພິ່ງ ຮັບເລືອກຕັ້ງເປັນເລຂາທິການໃຫຍ່ ພັກກອມມູນິດຈີນ
15/11/2012 14:46
ຕອນເຊົ້າວັນທີ 15/11, ຄະນະບໍລິຫານງານສູນກາງພັກກອມມູນິດຈີນຊຸດທີ່ 18 ໄດ້ໂຮມປະຊຸມວາລະທຳອິດ ແລະ ໄດ້ເລືອກຕັ້ງທ່ານ ສື່ຈີນພິ່ງ ຮອງປະທານປະເທດເປັນເລຂາທິການໃຫຍ່ ພັກກອມມູນິດຈີນຊຸດທີ່ 18

ທ່ານສື່ຈີນພິ່ງ ກ່າວຄຳເຫັນພາຍຫຼັງໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ (ພາບ: xinhua) Vovworld- ຕອນເຊົ້າວັນທີ 15/11, ຄະນະບໍລິຫານງານສູນກາງພັກກອມມູນິດຈີນຊຸດທີ່ 18 ໄດ້ໂຮມປະຊຸມວາລະທຳອິດ ແລະ ໄດ້ເລືອກຕັ້ງທ່ານ ສື່ຈີນພິ່ງ ຮອງປະທານປະເທດເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນຊຸດທີ່ 18, ປະທານຄະນະພັກທະຫານສູນກາງ. ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ຍັງເລືອກຕັ້ງກົມການເມືອງສູນກາງພັກຊຶ່ງລວມມີ 25 ທ່ານ, ແລະ ເລືອກຕັ້ງຄະນະປະຈຳ ກົມການເມືອງສູນກາງພັກຊຶ່ງລວມມີ 7 ທ່ານ. ກ່າວຄຳເຫັນກັບວົງການນັກຂ່າວພາຍຫຼັງການປະຊຸມ, ທ່ານສື່ຈີນພິ່ງ ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຈີນເນັ້ນໜັກເຖິງຄວາມຮັບຜິດຊອບຂອງຄະນະນຳຊຸດໃໝ່ ແມ່ນເຕົ້າໂຮມ ແລະ ນຳພາທົ່ວພັກ, ທົ່ວປວງຊົນຈີນ ສືບທອດພາລະກິດແຫ່ງປະຫວັດສາດ, ປ່ຽນໃໝ່ຈິນຕະນາການຢ່່າງບໍ່ຢຸດຢັ້ງ, ດຳເນີນການປະຕິຮູບເປີດປະຕູ, ປົດປ່ອຍ ແລະ ພັດທະນາກຳລັງການຜະລິດ, ພະຍາຍາມແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ, ພ້ອມກັນຊຸກຍູ້ຄວາມວັດທະນາຖາວອນລວມ.
Related






