ທ່ານລັດຖະມົນຕີການຕ່າງປະເທດອາເມລິກາJohn Kerry ຢ້ຽມຢາມນະຄອນໂຮ່ຈິມີນ
15/12/2013 09:00
(vovworld)- ກ່າວຄຳເຫັນຕໍ່ປະຊາຄົມວິສາຫະກິດຫວຽດນາມ ແລະ ອາເມລິກາ ເມື່ອມາຢ້ຽມຢາມນະຄອນ ໂຮ່ຈິມີນ ເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງ

ທ່ານລັດຖະມົນຕີການຕ່າງປະເທດອາເມລິກາJohn Kerry ຢ້ຽມຢາມນະຄອນໂຮ່ຈິມີນ photo:TTXVN (vovworld)- ກ່າວຄຳເຫັນຕໍ່ປະຊາຄົມວິສາຫະກິດຫວຽດນາມ ແລະ ອາເມລິກາ ເມື່ອມາຢ້ຽມຢາມນະຄອນ ໂຮ່ຈິມີນ ເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 14-17/12, ທ່ານ John Kerry, ລັດຖະມົນຕີການຕ່າງປະເທດ ອາເມລິກາ ຖືວ່າ: ມີບໍລິສັດສອງປະເທດຫລາຍແຫ່ງພວມຍູ້ແຮງການຮ່ວມມືເພື່ອວັດທະນາຖາວອນຂອງສອງປະເທດ ຫວຽດນາມ ແລະ ອາເມລິກາ. ບັນດາບໍລິສັດໃຫຍ່ຄື: Intel, Microsoft, General Electrics.. ພວມພັດທະນາຢ່າງດີງາມຢູ່ຫວຽດນາມ. ເລື່ອງບັນດາຄູ່ຮ່ວມມືອາເມລິກາ ພວມຫນູນຊ່ວຍບໍລິສັດການບິນແຫ່ງຊາດຫວຽດນາມໃນບາງໂຄງການ ນັ້ນກໍແມ່ນສັນຍານທີ່ເປັນຫນ້າຊື່ນຊົມໃຫ້ແກ່ການພັດທະນາລວມ. ສອງປະເທດພວມໄປຖືກທິດກ່ຽວກັບເລື່ອງນຳການພົວພັນດ້ານການຄ້າພັດທະນາຢ່າງແຂງແຮງກວ່າ. ທ່ານ John Kerry ໃຫ້ຮູ້ວ່າ: ອາເມລິກາ ໄດ້ຫນູນຊ່ວຍໃນເບື້ອງຕົ້ນຈຳນວນເງິນ 4,2 ລ້ານ USD ໃຫ້ແກ່ອົງການສະເພາະກິດກ່ຽວກັບການສ້າງໂຄງການຊຸກຍູ້ສ້າງການພົວພັນຍຸດທະສາດລະຫວ່າງສອງປະເທດ.
TAG
vovworld/vov/ຍູ້ແຮງການຮ່ວມມື
Related






