ທ່ານນາຍົກລັດຖະມົນຕີຫງວຽນເຕີ້ນຢຸງຕ້ອນຮັບລັດຖະມົນຕີກະຊວງອຸດສາຫະກຳມຽນມາ U.Maung.Myint
13/05/2014 12:29
vovworld)- ຕອນບ່າຍວັນທີ 13/5, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ໃຫ້ການຕ້ອນຮັບລັດຖະມົນຕີກະຊວງອຸດສາຫະກຳມຽນມາ ...

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໃຫ້ການຕ້ອນຮັບລັດຖະມົນຕີກະຊວງອຸດສາຫະກຳມຽນມາ U.Maung.Myint (ພາບ:baodientuchinhphu) (vovworld)- ຕອນບ່າຍວັນທີ 13/5, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ໃຫ້ການຕ້ອນຮັບລັດຖະມົນຕີກະຊວງອຸດສາຫະກຳມຽນມາ U.Maung.Myint ຊຶ່ງພສມຢ້ຽມຢາມຫວຽດນາມ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງສະເໜີ 2 ຝ່າຍຈົ່ງກວດກາຄືນເພື່ອຍູ້ແຮງ 12 ຂົງເຂດຊຶ່ງການນຳ 2 ປະເທດໄດ້ເປັນເອກະພາບກັນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ສະເໜີລັດຖະມົນຕີກະຊວງອຸດສາຫະກຳມຽນມາ U.Maung.Myint ຈົ່ົງສົມທົບກັບກະຊວງອຸດສາຫະກຳການຄ້າຫວຽດນາມ ປຶກສາຫາລືວິທີການແກ້ໄຂລະອຽດເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດຫວຽດນາມລົງທຶນຢູ່ມຽນມາ. ສ່ວນລັດຖະມົນຕີກະຊວງອຸດສາຫະກຳມຽນມາ U.Maung.Myint ຢືນຢັນວ່າ ລັດຖະບານມຽນມາຈະສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດຫວຽດນາມລົງທຶນຢູ່ມຽນມາຢ່າງສຳເລັດຜົນ. ເມື່ອແບ່ງປັນຄວາມວິຕົກກັ່ງວົນກ່ຽວກັບເລື່ອງຈີນຕັ້ງຮ້ານເຈາະນ້ຳມັນ ໄຮຢາວ 981 ຢູ່ເຂດນ່ານທະເລຂອງຫວຽດນາມຢ່າງຜິດກົດໝາຍນັ້ນ, ລັດຖະມົນຕີກະຊວງອຸດສາຫະກຳມຽນມາ U.Maung.Myint ເນັ້ນໜັກນະໂຍບາຍສະເໝີຕົ້ນສະເໝີປາຍຂອງມຽນມາແມ່ນບັນດາຝ່າຍຄວນປະຕິບັດຕາມກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາ ສ.ປ.ຊ ກ່ຽວກັບກົດໝາຍທະເລ 1982 ແລະ ຖະແຫຼງການ DOC
TAG
vov/vovworld/ມຽນມາ
Related






