VOV WorldVOV World
ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງເຈລະຈາກັບນາຍົກລັດຖະມົນຕີຍີ່ປຸ່ນShinzo Abe
05/07/2015 08:39
(vovworld)- ວັນ​ທີ 4/7, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ເດີນ​ທາງ​ອອກ​ຈາກ
ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງເຈລະຈາກັບນາຍົກລັດຖະມົນຕີຍີ່ປຸ່ນShinzo Abe
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe (vovworld)- ຕອນ​ຄ່ຳວັນ​ທີ 4/7, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ເດີນ​ທາງ​ອອກ​ຈາກ ໂຕ​ກຽວ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ແລະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ແມ່​ນ້ຳ​ຂອງ - ຍີ່​ປຸ່ນ ຄັ້ງ​ທີ 7 ຢ່າງ​ຈົບ​ງາມ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ສອງ​ຝ່າຍ​. ກ່ອນ​ຫນ້ານັ້ນ ຕອນ​ບ່າຍ​ວັນ​ທີ 4/7, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ເຈ​ລະ​ຈາ​ກັບ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe. ນະ​ທີ່ນີ້, ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ສອງ​ທ່ານ ໄດ້​ເຫັນ​ດີ​ຮັກ​ສາ​ບັນ​ດາ​ການ​ຢ້ຽມ​ຢາມ, ພົບ​ປະ, ໂອ້​ລົມ​ສົນ​ທະ​ຍາ​ທຸກ​ຂັ້ນ​ເປັນ​ປະ​ຈຳ, ພິ​ເສດ ແມ່ນ​ຂັ້ນ​ສູງ, ເພີ່ມ​ທະ​ວີ​ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງກວ່າ​ອີກ.         ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເຫັນ​ດີ​ສົມ​ທົບ​ນຳ​ກັນ​ຢ່າງ​ແຫນ້ນ​ແຟ້ນ​ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ສຳ​ຄັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສ້າງວິ​ໄສ​ທັດ​ໄລ​ຍະ​ກາງ ແລະ ຍາວ ກ່່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ໃຫ້​ສຳ​ເລັດ​ໂດຍ​ໄວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຫນູນ​ຊ່ວຍ​ຫວຽດ​ນາມ​ກ່ຽວ​ກັບ​ພື້ນ​ຖານ​ໂຄງ​ລ່າງ ນັບ​ທັງ​ຄຸນ​ນະ​ພາບ ແລະ ຈຳ​ນວນ ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຄຸນ​ນະ​ພາບ​ສູງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ກໍ​ໝັ້ນ​ໝາຍ​ສະ​ຫງວນ​ແຫລ່ງ​ທຶນ​ຫນູນ​ຊ່ວຍ​ພັດ​ທະ​ນາ ODA ຢ່າງ​ເປັນ​ທາງ​ການ​ຢູ່​ໃນ​ລະ​ດັບ​ສູງ​ເພື່ອ​ຊ່ວຍ​ຫວຽດ​ນາມ ພັດ​ທະ​ນາ​ແບບ​ຍືນ​ຍົງ. ທີ່​ການ​ປະ​ຊຸມ​ຂ່າວ​ພາຍ​ຫລັງ​ການ​ເຈ​ລະ​ຈາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢືນ​ຢັນ​ວ່າ:
TAG
vovworld/​ເຈ​ລະ​ຈາ​