ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງເຂົ້າຮ່ວມກອງປະຊຸມສຸດຍອດແມ່ນ້ຳຂອງ-ຍີ່ປຸ່ນຄັ້ງທີ7
04/07/2015 08:50
(vovworld)- ວັນທີ4/7, ຢູ່ ໂຕກຽວ ໄດ້ດຳເນີນກອງປະຊຸມສຸດຍອດ ແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 7 ໂດຍມີການເຂົ້າຮ່ວມຂອງການນຳບັນດາປະເທດ

ກອງປະຊຸມສຸດຍອດ ແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 7 ພາບ:baocongthuong.vn (vovworld)- ວັນທີ4/7, ຢູ່ ໂຕກຽວ ໄດ້ດຳເນີນກອງປະຊຸມສຸດຍອດ ແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 7 ໂດຍມີການເຂົ້າຮ່ວມຂອງການນຳບັນດາປະເທດຄື: ກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ຍີ່ປຸ່ນ. ຄະນະຜູ້ແທນຫວຽດນາມໂດຍທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ນຳຫນ້າ. ບັນດາການນຳໄດ້ເຫັນດີ ຮັບຮອງເອົາຍຸດທະສາດ ໂຕກຽວ ປີ 2015 ດ້ວຍຈຸດໝາຍໃຫ້ແກ່ການຮ່ວມມື ແມ່ນ້ຳຂອງ - ຍີ່ປຸ່ນ ໄລຍະ 2006-2018 ແມ່ນຮັບປະກັນສະຖຽນລະພາບຂອງພາກພື້ນ ແລະ ບັນລຸ ການເຕີບໂຕມີຄຸນນະພາບ ຢູ່ ອະນຸພາກພື້ນແມ່ນ້ຳຂອງ. ໃນຖະແຫລງການຮ່ວມ ແມ່ນ້ຳຂອງ - ຍີ່ປຸ່ນ, ບັນດາການນຳ ຮັບຮູ້ຄວາມສຳຄັນຂອງມະຫາສະຫມຸດ ແມ່ນຊັບສົມບັດລວມຂອງໂລກ ແລະ ຢືນຢັນເຖິງຄວາມສຳຄັນຂອງການຮ່ວມມືຢ່າງແຫນ້ນແຟ້ນກວ່າເພື່ອຮັບປະກັນຄວາມປອດໄພການເດີນທະເລໃນພາກພື້ນ, ເນັ້ນຫນັກເຖິງເລື່ອງ ຕ້ອງປະຕິບັດຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກຢ່າງຄົບຖ້ວນ, ມີປະສິດທິຜົນ ແລະ ບັນລຸປະມວນຂໍ້ກຳນົດການປະພຶດຢູ່ທະເລຕາເວັນອອກໂດຍໄວ. ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫລັງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຢືນຢັນ:
TAG
vovworld/ກອງປະຊຸມສຸດຍອດ
Related






