ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງຊີ້ນຳກ່ຽວກັບທິດທາງຫນ້າທີ່ປີ2014ຂອງຂະແຫນງກວດກາ
28/01/2014 09:06
(vovworld) - ຫ້ອງວ່າການລັດຖະບານຫາກໍ່ມີເອກະສານປະກາດຄຳເຫັນຊີ້ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ທີ່ກອງປະຊຸມສະຫລຸບວຽກງານປີ 2013

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ກ່າວຄຳເຫັນທີ່ກອງປະຊຸມ ພາບ:thanhtra.gov.vn (vovworld) - ຫ້ອງວ່າການລັດຖະບານຫາກໍ່ມີເອກະສານປະກາດຄຳເຫັນຊີ້ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ທີ່ກອງປະຊຸມສະຫລຸບວຽກງານປີ 2013 ແລະ ຜັນຂະຫຍາຍຫນ້າທີ່ປີ 2014 ຂອງຂະແຫນງກວດກາ. ທ່ານນາຍົກລັດຖະມົນຕີ ສະເຫນີ: ຂະແຫນງກວດກາຄວນສືບຕໍ່ສຸມໃສ່ແກ້ໄຂການຮ້ອງທຸກ, ກ່າວຟ້ອງ ຕາມຂໍ້ກຳນົດຂອງກົດໝາຍຈາກຂັ້ນຮາກຖານເພື່ອຈຳກັດການຮ້ອງທຸກຜ່ານຂັ້ນ. ບົນພື້ນຖານຜັນຂະຫຍາຍການປະຕິບັດລັດຖະທຳມະນູນສະບັບປັບປຸງ, ຂະແຫນງກວດກາ ຕ້ອງກວດກາຄືນ, ເພີ່ມເຕີມເພື່ອສ້າງລະບອບນະໂຍບາຍໃຫ້ສົມບູນແບບ, ປະກອບສ່ວນສ້າງລັດແຫ່ງອຳນາດນິຕິບັນຍັດ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ເຊີດຊູຄວາມຮັບຜິດຊອບຂອງຫົວຫນ້າອຳນາດການປົກຄອງທຸກຂັ້ນ.
TAG
vovworld/vov/ກວດກາ/ກ່າວຟ້ອງ
Related






