ທ່ານຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍເນັ້ນຫນັກວ່າ:ຄວນປ່ຽນໃຫມ່ການເຄື່ອນໄຫວສົ່ງເສີມການຄ້າ
07/07/2015 09:29
(vovworld)-ກ່າວຄຳເຫັນທີ່ພິທີສະເຫລີມສະຫລອງ 15 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ, ຮັບຫລຽນໄຊແຮງງານຊັ້ນຫນຶ່ງຂອງກົມສົ່ງເສີມການຄ້າ

ນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ພາບ:anttn.vn (vovworld)-ກ່າວຄຳເຫັນທີ່ພິທີສະເຫລີມສະຫລອງ 15 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ, ຮັບຫລຽນໄຊແຮງງານຊັ້ນຫນຶ່ງຂອງກົມສົ່ງເສີມການຄ້າ ຊື່ງຖືກຈັດຂຶ້ນໃນຕອນບ່າຍວັນທີ 6/7 ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ເນັ້ນຫນັກວ່າ: ການເຄື່ອນໄຫວດ້ານການຄ້າຄວນໄດ້ຮັບການປ່ຽນໃຫມ່, ມີວິໄສທັດຍາວນານ, ມີຈຸດສຸມ, ໃນນັ້ນ ສຸມໃສ່ຫນູນຊ່ວຍບັນດາປະເພດສິນຄ້າສົ່ງອອກຫລັກແຫລ່ງ ແລະ ພາຍໃນປະເທດແມ່ນຕິດພັນກັບການປະຕິບັດບັ້ນຂົນຂວາຍຊາວຫວຽດນາມບຸລິມະສິດຊົມໃຊ້ສິນຄ້າຂອງຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ປາດຖະຫນາວ່າ: ໄລຍະຈະມາເຖິງ ກົມສົ່ງເສີມການຄ້າຈະເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ສືບຕໍ່ແມ່ນອົງການຊ່ວຍລັດຖະບານ, ກະຊວງອຸດສາຫະກຳ ການຄ້າສ້າງບັນດາກົນໄກ, ນະໂຍບາຍຢ່າງມີສິດທິຜົນກວ່າເພື່ອຊຸກຍູ້ບັນດາການເຄື່ອນໄຫວສົ່ງເສີມການຄ້າຢູ່ພາຍໃນ ແລະ ຕ່າງປະເທດ.
TAG
vovworld/ການເຄື່ອນໄຫວ
Related






