ທ່ານປະທານປະເທດ ເຈືອງເຕີ້ນຊາງ ຢ້ຽມຢາມ ແລະ ຊອກຮູ້ສະພາບການ ຢູ່ບັນດາວິສາຫະກິດທີ່ແຂວງບິ່ງເຢືອງ
17/05/2014 14:31
(vovworld) - ຕອນບ່າຍວັນທີ 17/5, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ໄປຢ້ຽມຢາມ ...

ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄປຢ້ຽມຢາມ ລະດົມໃຈບັນດານັກລົງທຶນູ່ເຂດອຸດສາຫະກຳວຽດນາມ-ສິງກະໂປ (ພາບ: TTXVN) (vovworld) - ຕອນບ່າຍວັນທີ 17/5, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ໄປຢ້ຽມຢາມ ແລະ ຊອກຮູ້ສະພາບການ ຢູ່ບັນດາວິສາຫະກິດທີ່ມີເງິນລົງທຶນຂອງຕ່າງປະເທດທີ່ຂຶ້ນກັບເຂດ ອຸດສາຫະກໍາ ໃນ ແຂວງບິ່ງເຢືອງ , ແຫ່ງເຊິ່ງຫາກໍເກີດສະພາບວຸ່ນວາຍໃນເວລາທີ່ຜ່ານມາ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານ ປະເທດ ເນັ້ນຫນັກວ່າ ການກະທຳຜິດຂອງກຸ່ມຫົວຮຸນແຮງໄດ້ສົ່ງ ຜົນສະທ້ອນຕໍ່ ນັກລົງທຶນ ຕ່າງປະເທດ ແລະ ຮູບພາບຂອງ ປະເທດຊາດ. ນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດແມ່ນ ຮັບປະກັນໃຫ້ແກ່ບັນດານັກລົງທຶນ, ຟື້ນຟູການຜະລິດ, ເພື່ອຢືນຢັນ ຫວຽດນາມແມ່ນສະຖານທີ່ດູດດື່ມໃຫ້ແກ່ບັນດານັກລົງທຶນ ແລະ ເພື່ອນມິດສາກົນ. ຕໍ່ຈາກນັ້ນ, ທີ່ການເຮັດວຽກກັບພະນັກງານຫຼັກແຫຼ່ງຂອງແຂວງບີງເຢືອງ, ທ່ານປະທານ ປະເທດຫວຽດນາມ ເຈືອງເຕີ້ນຊາງໄດ້ສະເໜີແຂວງບີງເຢືອງຕ້ອງສ້າງເງື່ອນໄຂທີ່ດີທີ່ສຸດໃຫ້ແກ່ບັນດາວິສາຫະກິດກັບຄືນສູ່ການເຄື່ອນໄຫວເປັນປົກກະຕິ.
TAG
vov/vovworld/ປະທານປະເທດ
Related






