VOV WorldVOV World
ທ່ານປະທານປະເທດ ເຂົ້າຮ່ວມພິທີ ສະເຫຼີມສະຫຼອງ 180 ປີ ແຫ່ງວັນສ້າງຕັ້ງແຂວງ ຮືງອຽນ
27/11/2011 09:31
ແຂວງ ຮື​ງອຽນ ​ໄດ້​ຈັດ​ຕັ້ງ​ພິທີ ສະ​ເຫຼີ​ມສະຫຼອງ 180 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ (1831 – 2011) ຢ່າງ​ສົມ​ກຽດ.
ທ່ານປະທານປະເທດ ເຂົ້າຮ່ວມພິທີ ສະເຫຼີມສະຫຼອງ 180 ປີ ແຫ່ງວັນສ້າງຕັ້ງແຂວງ ຮືງອຽນ
(ພາບ: http://hungyentv.vn) ຕອນ​ເຊົ້າ​ວັນ​ທີ 27/11, ​​ຢູ່ ແຂວງ ຮື​ງອຽນ ​ໄດ້​ຈັດ​ຕັ້ງ​ພິທີ ສະ​ເຫຼີ​ມສະຫຼອງ 180 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ (1831 – 2011) ຢ່າງ​ສົມ​ກຽດ.         ກ່າວ​ປາ​ໄສ​ທີ່​ພິທີດັ່ງກ່າວ, ທ່ານ ຫງວຽນ​ວັນ​ເກື່ອງ, ​ເລຂາ​ຄະນະ​ພັກ​ແຂວງ, ປະທານ​ສະພາ ປຊຊ ​ແຂວງ ​ໃຫ້​ຮູ້​ວ່າ: ຮື​ງອຽນ​ຍາມ​ໃດ​ກໍ່​ມີ​ບັນດາ​ບາດກ້າວ​ບຸກທະລຸ​ໃນ​ຍຸດ​ທະ​ສາດ​ພັດ​ທະນາ​ເສດຖະກິດ - ສັງຄົມ. ​ເສດຖະກິດຂອງ​ແຂວງ​ເຕີບ​ໂຕ​ໄວ, ຮອບດ້ານ ​ແລະ ໝັ້ນຄົງ, ສະ​ເລ່ຍ ບັນລຸ 12% ຕໍ່​ປີ.         ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ເຖິງ​ມູນ​ເຊື້ອ​ປະຫວັດສາດ ດ້ວຍ ພື້ນຖານວັດທະນະທຳ, ມັກ​ການ​ຮ່ຳຮຽນ ​ແລະ ນ້ຳ​ໃຈ​ຮັກ​ຊາດ​ຂອງ ປຊຊ ​ແຂວງຮື​ງອຽນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເໜີ ​ແຂວງ ຮື​ງອຽນ​ຄວນ​ສຸມ​ໃສ່​ແກ້​ໄຂ​ບັນຫາ​ຈຳນວນ​ໜຶ່ງ​ຄື: