ທ່ານປະທານປະເທດເຈືອງເຕີ້ນຊາງ ລົງຢ້ຽມຢາມມະຫາວິທະຍາໄລກົດໝາຍຮ່າໂນ້ຍ
25/12/2013 13:38
(vovworld)- ຕອນບ່າຍວັນທີ 25/12,ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ເຮັດວຽກກັບມະຫາວິທະຍາໄລກົດໝາຍຮ່າໂນ້ຍ

ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ເຮັດວຽກກັບມະຫາວິທະຍາໄລກົດໝາຍຮ່າໂນ້ຍ (ພາບ: TTXVN) (vovworld)- ຕອນບ່າຍວັນທີ 25/12, ທີ່ການເຮັດວຽກກັບມະຫາວິທະຍາໄລກົດໝາຍຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ຫົວໜ້າຄະນະຊີ້ນຳການປະຕິຮູບຕຸລາການຂັ້ນສູນກາງເນັ້ນໜັກວ່າ ດ້ວຍປະຫວັດສາດແຫ່ງມູນເຊື້ອກໍ່ສ້າງພະນັກງານປົກປ້ອງກົດໝາຍ, ມະຫາວິທະຍາໄລກົດໝາຍຄວນສືບຕໍ່ຍົກສູງຄຸນນະພາບການກໍ່ສ້າງພະນັກງານ, ເປີດກ້ວາງຂອບຂະໜາດ, ດຶງດູດຜູ້ຊ່ຽວຊານດ້ານນິຕິທຳເພື່ອສ້າງ ມະຫາວິທະຍາໄລກົດໝາຍກາຍເປັນໂຮງຮຽນຈຸດສຸມໃນການກໍ່ສ້າງພະນັກງານດ້ານກົດໝາຍ ເພື່ອຕອບສະໜອງວິວັດທະນາການປະຕິຮູບດ້ານຕຸລາການໃນໄລຍະໃໝ່. ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ຖືວ່າ ໃນກິດຈະການເຊື່ອມໂຍງເຂົ້າກັບສາກົນປະຈຸບັນ, ພິເສດແມ່ນຕອບສະໜອງຍຸດທະສາດ ປະຕິຮູບດ້ານຕຸລາການເຖິງປີ 2020, ພ້ອມກັບຈຸດໝາຍຕ້ອງກໍ່ສ້າງ ມະຫາວິທະຍາໄລກົດໝາຍຮ່າໂນ້ຍກາຍເປັນໂຮງຮຽນຈຸດສຸມ ໃນການກໍ່ສ້າງພະນັກງານດ້ານກົດໝາຍນັ້ນ, ທາງໂຮງຮຽນຄວນສູ້ຊົນພັດທະນາໃຫ້ສົມກັບລະດັບພາກພື້ນ; ຕອບສະໜອງວິວັດທະນາການປະຕິຮູບດ້ານຕຸລາການໃນໄລຍະ ເຊື່ອມໂຍງເຂົ້າກັບສາກົນ.
TAG
vov/vovworld/ທ່ານປະທານປະເທດ ເຈືອງເຕີ້ນຊາງ/ມະຫາວິທະຍາໄລກົດໝາຍຮ່າໂນ້ຍ
Related






