ທ່ານປະທານປະເທດເຈືອງເຕີນຊາງຕ້ອນຮັບຄະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ໂຄສະນາອາຊີ
11/11/2013 10:37
vovworld)-ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ອວຍພອນບັນດາຜູ້ແທນມາເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້

ທ່ານດິງກວາງຫງື, ປະທານສະຫະສະມາຄົມໂຄສະນາຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ໂຄສະນາອາຊີ ພາບ:vtc.vn (vovworld)-ທີ່ການຕ້ອນຮັບຄະນະຜູ້ແທນໃນຕອນບ່າຍວັນທີ 11/11 ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ອວຍພອນບັນດາຜູ້ແທນມາເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ ແລະ ຖືວ່າ: ໃນສະພາບການເສດຖະກິດໂລກຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ແຕ່ ອາຊີ ຍັງໄດ້ຮັບຖືວ່າ ແມ່ນກຳລັງຫນູນຂອງການພັດທະນາ ແລະ ສັດຕະວັດທີ 21 ແມ່ນສັດຕະວັດຂອງ ອາຊີ. ສະນັ້ນ ການມີຫນ້າຈອງບັນດາຜູ້ແທນທີ່ມາຈາກບັນດາບໍລິສັດ, ສະຫະສະມາຄົມທີ່ລືຊື່ໃນພາກພື້ນ ແມ່ນມີຄວາມໝາຍ ດ້ວຍຄວາມປາດຖະຫນາຢາກຊຸກຍູ້ການເຕີບໂຕເສດຖະກິດຂອງພາກພື້ນໃຫ້ສູງກວ່າ.
TAG
vovworld/vov/ໂຄສະນາ
Related






