ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ລົງຢ້ຽມຢາມເມືອງດຶກເຖາະ ແຂວງ ຮ່າຕິ້ງ
10/02/2015 11:55
(vovworld)- ວັນທີ 10/2, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ....

ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ອວຍພອນປີໃໝ່ ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນເມືອງດຶກເຖາະ ແຂວງ ຮ່າຕິ້ງ (ພາບ: baohatinh) (vovworld)- ວັນທີ 10/2, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ອວຍພອນປີໃໝ່ ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນເມືອງດຶກເຖາະ ແຂວງ ຮ່າຕິ້ງ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ສະເໜີເມືອງດຶກເຖາະ ຄວນເອົາໃຈໃສ່ຕໍ່ການພັດທະນາການຜະລິດ, ປະຕິບັດວຽກງານລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກເປັນຢ່າງດີ, ກໍ່ສ້າງເສັ້ນທາງພັດທະນາເສດຖະກິດ, ແນໃສ່ເສີມຂະຫຍາຍຄວມສາມາດບົ່ມຊ້ອນທ່າໄດ້ປຽບຂອງເມືອງ. ພິເສດແມ່ນຕ້ອງກຳນົດການຜະລິດແມ່ນກົກເພື່ອເອົາໃຈໃສ່ພັດທະນາເສດຖະກິດຟາມ, ທະວີຄູນຮູບແບບການຜະລິດ, ດ້ວຍຈຸດສຸມແມ່ນການປູກຝັງລ້ຽງສັດ. ພ້ອມກັນນັ້ນ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ສະເໜີເມືອງດຶກເຖາະ, ແຂວງຮ່າຕິ້ງຈົ່ງຍູ້ແຮງການສ້າງໂຄງປະກອບກະສີກຳເພື່ອພັດທະນາເສດຖະກິດ. ຕອນບ່າຍຂອງວັນດຽວກັນ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ລົງສຳຫຼວດບາງໂຄງການທີ່ພວມຜັນຂະຫຍາຍຢູ່ເຂດເສດຖະກິດຮ່າຕິ້ງ, ມອບຂອງຂວັນ ແລະ ອວຍພອນປີໃໝ່ພະນັກງານ, ກຳມະກອນທີ່ພວມອອກແຮງງານສະຖານທີ່ດຳເນີນໂຄງການ.
TAG
vov/vovworld/ປະທານປະເທດ
Related






