ທ່ານປະທານປະເທດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ແຂວງກວ້າງຈີ້
08/09/2014 10:39
ວັນທີ 7 ແລະ 8/9, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວ໋າງຈີ້

ທ່ານປະທານປະເທດເຈືອງເຕີນຊາງມອບຂອງຂວັນໃຫ້ແກ່ ປະຊາຊົນແຂວງ ກວ໋າງຈີ້. (vovworld) - ວັນທີ 7 ແລະ 8/9, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວ໋າງຈີ້ ກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບໃນບໍລິເວນແຂວງ. ເມື່ອເຮັດວຽກກັບການນຳແຂວງ ກວ໋າງຈີ້, ທ່ານປະທານປະເທດ ສະເຫນີ ການນຳຫລັກແຫລ່ງຂອງແຂວງ ກວ໋າງຈີ້ ຄວນຊອກມາດຕະການຂຸດຄົ້ນທ່າແຮງກ່ຽວກັບກະສິກຳ, ອຸດສາຫະກຳປຸງແຕ່ງ, ການຄ້າ ແລະ ທ່ອງທ່ຽວ ເພື່ອນຳແຂວງ ກວ໋າງຈີ້ ພັດທະນາຢ່າງແຮງກວ່າ ປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ທ່ານປະທານປະເທດຖືວ່າ:
TAG
vovworld/ຄວາມສະຫງົບ
Related






