ທ່ານປະທານປະເທດສົ່ງຈົດໝາຍໃຫ້ແກ່ເຍົາວະຊົນ,ອະນຸຊົນເນື່ອງໃນໂອກາດບຸນວັນເພັງເດືອນ8
06/09/2014 10:12
(vovworld)- ເນື່ອງໃນໂອກາດບຸນວັນເພັງເດືອນ 8 ປີ 2014, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ

ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ photo:internet (vovworld)- ເນື່ອງໃນໂອກາດບຸນວັນເພັງເດືອນ 8 ປີ 2014, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ສົ່ງຈົດໝາຍເຖິງບັນດາພວກຫລານເຍົາວະຊົນ, ອະນຸຊົນ ໃນທົ່ວປະເທດ. ໃນຈົດໝາຍ, ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນຫນັກວ່າ: ພັກ, ລັດ, ຄອບຄົວ ແລະ ສັງຄົມ ຍາມໃດກໍເອົາໃຈໃສ່, ເບິ່ງແຍງພວກຫລານ.ພ້ອມກັບການພັດທະນາຂອງປະເທດຊາດ, ພວກຫລານມີເງື່ອນໄຂຫລາຍຢ່າງເພື່ອຮຳ່ຮຽນ, ລະຫລິ້ນ ແຕ່ຄຽງຄູ່ກັນນັ້ນ ຍັງມີພວກຫລານຫລາຍຄົນຍັງປະສົບກັບຄວາມຫຍຸ້ງຍາກ ຈຳເປັນຕ້ອງໄດ້ຮັບການຊ່ວຍເຫລືອ, ເອົາໃຈໃສ່. ທ່ານປະທານປະເທດ ຫວັງວ່າ ພວກຫລານສືບຕໍ່ສູ້ຊົນ, ຝືກຝົນຫລໍ່ຫລອມ ຮ່ຳຮຽນດຸໝັ່ນ ເພື່ອກາຍເປັນພົນລະເມືອງມີປະໂຫຍດຕໍ່ສັງຄົມ, ຕໍ່ຄອບຄົວ, ສືບທອດມູນເຊື້ອຂອງລຸ້ນພໍ່ລຸ້ນອ້າຍ, ສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມໃຫ້ໝັ້ນຄົງ.
TAG
vovworld/ພັດທະນາ
Related






