ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ຕັດແຖບຜ້ານຳຂົວ Ben Thuy 2 ເຂົ້າເຄື່ອນໄຫວ
07/09/2012 12:01
ຕອນເຊົ້າວັນທີ 7/9 ຢູ່ເທດສະບານ Xuan An ເມືອງ Nghi Xuan ແຂວງ Ha Tinh, ກະຊວງຄົມມະນາຄົມຂົນສົ່ງ ພ້ອມກັບ 2 ແຂວງ Nghe An ແລະ Ha Tinh ສົມທົບກັນຈັດຕັ້ງພິທີຕັດແຖບຜ້ານຳຂົວ Ben Thuy 2 ເຂົ້າເຄື່ອນໄຫວ

ພິທີຕັດແຖບຜ້ານຳຂົວ Ben Thuy 2 ເຂົ້າເຄື່ອນໄຫວ ພາບ:cpv.org.vn (vovworld) - ຕອນເຊົ້າວັນທີ 7/9 ຢູ່ເທດສະບານ Xuan An ເມືອງ Nghi Xuan ແຂວງ Ha Tinh, ກະຊວງຄົມມະນາຄົມຂົນສົ່ງ ພ້ອມກັບ 2 ແຂວງ Nghe An ແລະ Ha Tinh ສົມທົບກັນຈັດຕັ້ງພິທີຕັດແຖບຜ້ານຳຂົວ Ben Thuy 2 ເຂົ້າເຄື່ອນໄຫວ; ລົງມືກໍ່ສ້າງໂຄງການຍົກລະດັບເປີດກ້ວາງທາງຫລວງເລກ 1 A, ຕອນທິດໃຕ້ຂົວ Ben Thuy. ກ່າວຄຳເຫັນນະພິທີ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ Nguyen Sinh Hung ໄດ້ເນັ້ນຫນັກວ່າ: ການກໍ່ສ້າງ ແລະ ນຳຂົວ Ben Thuy 2 ເຂົ້າເຄື່ອນໄຫວ ມີຄວາມໝາຍສຳຄັນ. ບໍ່ພຽງແຕ່ແມ່ນກິດຈະກຳຄົມມະນາຄົມມີທີ່ຕັ້ງຍຸດທະສາດສຳຄັນໃນທາງຫລວງເລກ 1 A ເທົ່ານັ້ນ, ຫາກຂົວ Ben Thuy 2 ຍັງປະກອບສ່ວນປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຊຸກຍູ້ການພັດທະນາເສດຖະກິດສັງຄົມ, ປັບປຸງການ ປ້ອງກັນຊາດປ້ອງກັນຄວາມສະຫງົບ ຢູ່ໃນບໍລິເວນສອງແຂວງ Nghe An, Ha Tinh ແລະ ທາງທິດເຫນືອພາກກາງ ຫວຽດນາມ. ທ່ານ ປະທານສະພາແຫ່ງຊາດ Nguyen Sinh Hung ເວົ້າວ່າ:
TAG
ແຖບຜ້າ
Related






