ທ່ານປະທານສະພາສູງລັດເຊຍຮຽກຮ້ອງຝ່າຍຕາເວັນຕົກສົນທະນາກ່ຽວກັບສະພາບການຢູແກຼນ
06/03/2014 09:43
(vovworld) - ວັນທີ 5/3, ທ່ານນາງປະທານສະພາສູງລັດເຊຍ Valentia Matvienko ໄດ້ຮຽກຮ້ອງບັນດາປະເທດຝ່າຍຕາເວັນຕົກປະລະການກະທຳນາບຂູ່ ແລະ ຫັນມາສົນທະນາກັບລັດເຊຍກ່ຽວກັບ ສະພາບການ ຢູແກຼນ

ສະພາບການຢູ່ ຢູແກຼນ ຄວນແກ້ໄຂຜ່ານການສົນທະນາ ພາບປະກອບ (vovworld) - ວັນທີ 5/3, ທ່ານນາງປະທານສະພາສູງລັດເຊຍ Valentia Matvienko ໄດ້ຮຽກຮ້ອງບັນດາປະເທດຝ່າຍຕາເວັນຕົກປະລະການກະທຳນາບຂູ່ ແລະ ຫັນມາສົນທະນາກັບລັດເຊຍກ່ຽວກັບ ສະພາບການ ຢູແກຼນ. ກ່າວຄຳເຫັນກັບນັກຂ່າວພາຍຫລັງກອງປະຊຸມຄົບຄະນະ, ທ່ານປະທານສະພາສູງລັດເຊຍ ໄດ້ເນັ້ນຫນັກວ່າ: ການນາບຂູ່ຈະບໍ່ມີປະສິດທິຜົນໃນສະພາບການໂລກປະຈຸບັນ ຫາກຄວນຫັນໄປສູ່ການສົນທະນາ. ປະຈຸບັນ, ພື້ນຖານເສດຖະກິດຂອງ ລັດເຊຍ ໄດ້ເຊື່ອມໂຍງຢ່າງເລິກເຊິ່ງເຂົ້າກັບພື້ນຖານເສດຖະກິດໂລກ ຍາກທີ່ເຮັດໃຫ້ລັດເຊຍ ຕົກຢູ່ໂດດດຽວໄດ້. ຕາມທ່ານນາງ Matvienko, ຕະຫລາດລັດເຊຍ ພວມຈຳຫນ່າຍ 40% ປະລິມານສິນຄ້ານຳເຂົ້າຈາກ ອີຢູ ແລະ 50% ປະລິມານສິນຄ້າຂອງລັດເຊຍ ສົ່ງໄປຍັງບັນດາປະເທດ ອີຢູ, ສະນັ້ນ ການນຳໃຊ້ບັນດາມາດຕະການປັບໄຫມດ້ານເສດຖະກິດທີ່ມີຕໍ່ລັດເຊຍ ຈະກໍ່ຄວາມເສຍຫາຍດ້ານເສດຖະກິດອັນໃຫຍ່ຫລວງໃຫ້ທັງສອງຝ່າຍ. ກ່ອນຫນ້ານັ້ນ, ໃນວັນດຽວກັນ, ປະທານາທິບໍດີ ລັດເຊຍ Vladimir Putin ຖະແຫລງວ່າ ລັດເຊຍ ບໍ່ຢາກໃຫ້ຄວາມເຄັ່ງຕຶງດ້ານການເມືອງເຮັດໃຫ້ການຮ່ວມມືເສດຖະກິດກັບບັນດາຄູ່ຮ່ວມມືຂອງປະເທດນີ້ຊົ່ວຮ້າຍລົງ ແລະ ສະແດງຄວາມຫວັງຫລິກລ້ຽງການຖົກຖຽງກັບຝ່າຍຕາເວັນຕົກກ່ຽວກັບບັນຫາ ຢູແກຼນ.
TAG
vovworld/vov/ສົນທະນາ/ເຄັ່ງຕຶງ
Related






