ທຳນຽບ 5 ແຈ ປະກາດແຜນການຊື້ອາວຸດໃນ5ປີຈະມາເຖິງ
06/02/2016 08:19
ລັດຖະມົນຕີ ກະຊວງປ້ອງກັນປະເທດ ອາເມລິກາ Ashton Carter ຫາກໍ່ປະກາດແຜນການຂອງ ທຳນຽບ 5 ແຈ

ທຳນຽບ 5 ແຈ ພາບ:biendao24 (vovworld)- ລັດຖະມົນຕີ ກະຊວງປ້ອງກັນປະເທດ ອາເມລິກາ Ashton Carter ຫາກໍ່ປະກາດແຜນການຂອງ ທຳນຽບ 5 ແຈ ກ່ຽວກັບການຊື້ອາວຸດຕື່ມອີກໃຫ້ບັນດາກຳປັ່ນທະຫານເຮືອ, ເຮືອບິນ ແລະ ອາວຸດປະເພດອື່ນ ໃນຮອບເວລາ 5 ປີຈະມາເຖິງ, ງົບປະມານປ້ອງກັນຊາດໃນປີການເງິນ 2017 ຂອງລັດຖະບານ ອາເມລິກາ ຈະລວມມີ ບ້ວງການເງິນເພື່ອຊື້ກຳປັ່ນດຳນ້ຳຕື່ມອີກ 9 ລຳ ແລະ ກຳປັ່ນຂັບໄລ່10 ລຳນອກນັ້ນ ທຳນຽບ 5 ແຈ ຈະຜັນຂະຫຍາຍແຜນການຊື້ເຮືອຮົບຕື່ມອີກ 10 ລຳ. ຄຽງຄູ່ກັນນັ້ນ ງົບປະມານປ້ອງກັນຊາດປີການເງິນ 2017 ຈະສະຫງວນ 2,9 ຕື້ USD ໃນ 5 ປີຈະມາເຖິງ ເພື່ອຊື້ອຸປະກອນຕື່ມອີກໃຫ້ບັນດາກຳລັງອາເມລິກາ.
TAG
vovworld/ເຮືອບິນ
Related






