ທຳນຽບຂາວກ່າວເຕືອນຈີນບໍ່ຄວນເຮັດໃຫ້ສະພາບການຢູ່ທະເລຕາເວັນອອກ ເຄັ່ງຕຶງຂຶ້ນ
17/05/2014 12:27
(vovworld)- ວັນທີ 16/5 ອຳນາດການປົກຄອງຂອງປະທານາທິບໍດີອາເມລິກາ Barak Obama ອີກເທື່ອໜຶ່ງໄດ້ກ່າວເຕືອນຈີນ...

(vovworld)- ວັນທີ 16/5 ອຳນາດການປົກຄອງຂອງປະທານາທິບໍດີອາເມລິກາ Barak Obama ອີກເທື່ອໜຶ່ງໄດ້ກ່າວເຕືອນຈີນບໍ່ຄວນເຮັດໃຫ້ສະພາບການຢູ່ທະເລຕາເວັນອອກເຄັ່ງຕຶງຂຶ້ນ. ທີ່ການປະຊຸມຂ່າວເມື່ອວັນທີ 16/5, ໂຄສົກທຳນຽບຂາວ Jay Carney ໄດ້ຖືວ່າ ເລື່ອງຈີນຕັ້ງຮ້ານເຈາະນ້ຳມັນຢູ່ເຂດນ່ານທະເລຂອງຫວຽດນາມທີ່ມີອະທິປະໄຕ ແມ່ນການກະທຳເກາະຜິດ, ພ້ອມທັງກ່າວເຕືອນປັກກິງບໍ່ຄວນສືບຕໍ່ກໍ່ຄວາມເຄັ່ງຕຶງຂຶ້ນໃນພາກພື້ນ. ໂຄສົກທຳນຽບຂາວ Jay Carney ໃຫ້ຮູ້ວ່າ ເລື່ອງຈີນຕັ້ງຮ້ານເຈາະນ້ຳມັນຢູ່ເຂດນ່ານທະເລຂອງຫວຽດນາມທີ່ມີອະທິປະໄຕ ແມ່ນການກະທຳເກາະຜິດ, ທຳລາຍເປົ້າໝາຍທີ່ພວກຂ້າພະເຈົ້າພ້ອມກັນແບ່ງປັນ, ນັ້ນແມ່ນແກ້ໄຂການຂັດແຍ້ງນີ້ດ້ວຍມາດຕະການໂດຍສັນຕິວິທີ, ເພື່ອສະຖຽນລະພາບໃນພາກພື້ນ.
TAG
vov/vovworld/ກ່າວເຕືອນ/ຈີນ
Related






