ທະນາຄານໂລກປະຈຳຫວຽດນາມປະກາດບົດລາຍງານອັບເດັດສະພາບການພັດທະນາເສດຖະກິດຢູ່ຫວຽດນາມ
02/12/2015 10:38
(vovworld)- ວັນທີ 2/12 ຢູ່ ຮ່າໂນ້ຍ, ທະນາຄານໂລກ ປະຈຳຫວຽດນາມ ໄດ້ປະກາດບົດລາຍງານຫລ້າສຸດກ່ຽວກັບສະພາບການພັດທະນາເສດຖະກິດ

ທ່ານນາງ Victoria ຜູ້ອຳນວຍການທະນາຄານໂລກ ປະຈຳຫວຽດນາມ vovworld)- ວັນທີ 2/12 ຢູ່ ຮ່າໂນ້ຍ, ທະນາຄານໂລກ ປະຈຳຫວຽດນາມ ໄດ້ປະກາດບົດລາຍງານຫລ້າສຸດກ່ຽວກັບສະພາບການພັດທະນາເສດຖະກິດ ຫວຽດນາມ ປະຈຸບັນ. ກ່າວຄຳເຫັນທີ່ການປະກາດບົດລາຍງານ, ທ່ານນາງ Victoria ຜູ້ອຳນວຍການທະນາຄານໂລກ ປະຈຳຫວຽດນາມ ໄດ້ສັງເກດວ່າ: ຄວາມຕ້ອງການດ້ານສິນເຊື່ອຢູ່ພາຍໃນປະເທດຫວຽດນາມ ໄດ້ເພີ່ມຂຶ້ນຫລາຍ, ການສົ່ງອອກຍັງໄດ້ຮັກສາເປັນປົກກະຕິ ພ້ອມກັບໄພເງິນເຟີ້ຢູ່ໃນລະດັບຕ່ຳ ແລະ ຄວາມໄວ້ເນື້ອເຊື່ອໃຈໄດ້ຮັບການປັບປຸງ ສ້າງພື້ນຖານອັນໝັ້ນແກ່ນໃຫ້ການເຕີບໂຕໃນໄລຍະກາງຂອງຫວຽດນາມ. ນີ້ແມ່ນຈຸດເວລາເໝາະສົມເພື່ອປັບປຸງການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຈຳກັດການຂາດຄວາມດຸ່ນດຽງງົບປະມານ ແລະ ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງຂອງຂົງເຂດທະນາຄານ.
TAG
vovworld/ສະພາບການພັດທະນາເສດຖະກິດ
Related






