ອຸກແຣນ ຢຸດບັ້ນປາບປາມຕ້ານກໍ່ການຮ້າຍ, ຝ່າຍຕາເວັນຕົກເພີ່ມທະວີກຳລັງດັນ
21/02/2014 08:09
(vovworld)- ວັນທີ 21/2, ສະພາແຫ່ງຊາດອຸກແຣນ ໄດ້ປ່ອນບັດເຫັນດີ ຢຸດບັ້ນປາບປາມຕ້ານກໍ່ການຮ້າຍໃນຂອບເຂດທົ່ວປະເທດ...

(vovworld)- ວັນທີ 21/2, ສະພາແຫ່ງຊາດອຸກແຣນ ໄດ້ປ່ອນບັດເຫັນດີ ຢຸດບັ້ນປາບປາມຕ້ານກໍ່ການຮ້າຍໃນຂອບເຂດທົ່ວປະເທດ. ຂໍ້ຕົກລົງນີ້ມີຜົນສັກສິດໃນທັນທີ່. ຕາມແຫຼ່ງຂ່າວຈາກພັກຝ່າຍຄ້ານ Batkivshina, ມະຕິຂອງສະພາແຫ່ງຊາດອຸກແຣນລວມມີການປ່ອຍຕົວບັນດາຜູ້ຖືກຈັບຂັງ ແລະ ຫ້າມກຳລັງລັດຖະບານປິດລ້ອມບັນດາສາຍທາງຕ່າງໆ. ຂໍ້ຕົງລົງຂອງສະພາແຫ່ງຊາດອຸກແຣນໄດ້ຖືກຍົກອອກມາພາຍຫຼັງ 1 ວັນທີ່ປະເທດນີ້ດຳເນີນບັ້ນປາບປາມຕ້ານກໍ່ການຮ້າຍໃນຂອບເຂດທົ່ວປະເທດແນໃສ່ຮັບມືກັບກະແສຟອງເດີນຂະບວນປະທ້ວງຕ້ານລັດຖະບານໃນປະຈຸບັນ. ແຕ່ບັນດາຜູ້ເດີນຂະບວນປະທ້ວງຕ້ານລັດຖະບານ, ໃນນັ້ນມີບັນດາບຸກຄົນຫົວຮຸນແຮງ, ສືບຕໍ່ມີບັນດາການກະທຳປີນຂັ້ນໄດຄືຈູດເຜົາທຳລາຍ ແລະ ບຸກໂຈມຕີບັນດາກຳລັງປ້ອງກັນຄວາມສະຫງົບ. ໃນຂະນະນັ້ນ, ປະຕິກິລີຍາຕໍ່ໜ້າສະພາບການກໍ່ຈະລາຈົນຢູ່ອຸກແຣນ, ສະຫະພາບເອີລົບ, ອາເມລິກາພ້ອມກັບບາງປະເທດຝ່າຍຕາເວັນຕົກອື່ນ ສືບຕໍ່ເພີ່ມທະວີກຳລັງດັນຕໍ່ລັດຖະບານປະເທດນີ້. ໃນການປະຊຸມດ່ວນເມື່ອວັນທີ 20/2, ລັດຖະມົນຕີການຕ່າງປະເທດຂອງ 28 ປະເທດໃນສະຫະພາບເອີລົບໄດ້ເຫັນດີຈັດວາງຄຳສັ່ງເກືອດຫ້າມການໄປມາ ແລະ ປິດລ້ອມຊັບສົມບັດສຳລັບ ເຈົ້າໜ້າທີ່ອຸກແຣນ ບາງຄົນ, ແຕ່ບໍ່ປະກາດລາຍລະອຽດບັນຊີລາຍຊື່ນີ້.
TAG
vov/vovorld/ເດີນຂະບວນ/ອຸກແຣນ
Related






