VOV ເຊັນຂໍ້ຕົກລົງ ກັບ ຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ
05/07/2012 10:05
ພິທີລົງນາມໂຄງການປະສານສົມທົບວຽກງານ ລະຫວ່າງ ວິທະຍຸກະຈາຍສຽງ ຫວຽດນາມ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫາກໍດຳເນີນໄປໃນຕອນບ່າຍວັນທີ 04/7 ຢູ່ ສູນກະຈາຍສຽງແຫ່ງຊາດ ເລກທີ 58 ຖະໜົນ Quan Su ນະຄອນຫລວງ ຮ່າໂນ້ຍ

ພິທີລົງນາມໂຄງການປະສານສົມທົບວຽກງານ ລະຫວ່າງ VOV ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ (vovword) - ພິທີລົງນາມໂຄງການປະສານສົມທົບວຽກງານ ລະຫວ່າງ ວິທະຍຸກະຈາຍສຽງ ຫວຽດນາມ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫາກໍດຳເນີນໄປໃນຕອນບ່າຍວັນທີ 04/7 ຢູ່ ສູນກະຈາຍສຽງແຫ່ງຊາດ ເລກທີ 58 ຖະໜົນ Quan Su ນະຄອນຫລວງ ຮ່າໂນ້ຍ. ຕາມຂໍ້ຕົກລົງສະບັບນີ້ແລ້ວ, ວິທະຍຸກະຈາຍສຽງ ຫວຽດນາມ ຈະສ້າງຄໍລຳທີ່ມີຫົວຂໍ້ວ່າ: ເພື່ອພາລະກິດສາມັກຄີທົ່ວປວງຊົນທັງຊາດ”, ສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວໂຄສະນາຜ່ານພາຫະນະສື່ສານຂອງວິທະຍຸກ່ຽວກັບວຽກງານຂົນຂວາຍ, ເຕົ້າໂຮມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າຮ່ວມກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ກ່າວຄຳເຫັນນະທີ່ນີ້, ທ່ານ Nguyen Trong Kim ຮອງປະທານ, ທັງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຢືນຢັນວ່າ: ເລື່ອງສອງອົງການເຊັນຂໍ້ຕົກລົງເພື່ອປະສານສົມທົບວຽກງານ ແມ່ນເງື່ອນໄຂທີ່ດີໃຫ້ແກ່ການໂຄສະນາແຜນນະໂຍບາຍ, ນະໂຍບາຍຂອງພັກ, ພິເສດ ແມ່ນແຜນນະໂຍບາຍ, ການເຄື່ອນໄຫວຂອງແນວໂຮມປະເທດຊາດ ຫວຽດນາມ, ຜ່ານນັ້ນ ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການສ້າງ ແລະ ເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງແຂງແຮງ.
TAG
ລົງນາມ
Related






