ວາງແຜນຮັບປະກັນຄວາມປອດໄພໃຫ້ແກ່ປະຊາຄົມຊາວຫວຽດນາມຢູ່ລີບີ
01/08/2014 07:34
(vovworld)- ຕອນບ່າຍວັນທີ 31/7 ຕາມເວລາຫວຽດນາມ, ຫນ່ວຍປະຕິບັດງານຂອງສະຖານທູດຫວຽດນາມ ປະຈຳ ຕວກກີ

ຄົນງານຫວຽດນາມ ຢູ່ລີບີ ກັບຄືນເມືອປະເທດ (vovworld)- ຕອນບ່າຍວັນທີ 31/7 ຕາມເວລາຫວຽດນາມ, ຫນ່ວຍປະຕິບັດງານຂອງສະຖານທູດຫວຽດນາມ ປະຈຳ ຕວກກີ ໂດຍທ່ານ ຫງວຽນເທເກືອງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຕວກກີ ນຳຫນ້າ ໄດ້ເດີນທາງເຖິງ Istanbul ເພື່ອພົບປະກັບ ຄົນງານຫວຽດນາມ 93 ຄົນ ທີ່ຍັງເຫລືອໃນຈຳນວນຄົນງານ ຫວຽດນາມ ຢູ່ ລີບີ 206 ຄົນທີ່ຖືກຍ້າຍໄປ ຕວກກີ ເພື່ອກັບເມືອປະເທດ. ເມື່ອແລກປ່ຽນກັບນັກຂ່າວວິທະຍຸກະຈາຍສຽງຫວຽດນາມ, ທ່ານເອກອັກຄະລັດຖະທູດ ຫງວຽນເທເກືອງ ໃຫ້ຮູ້ວ່າ: ປະຈຸບັນຫນ່ວຍປະຕິບັດງານຂອງສະຖານທູດຫວຽດນາມ ປະຈຳ ຕວກກີ ໄດ້ພົບປະກັບກຳມະກອນຫວຽດນາມ ທີ່ຍັງເຫລືອ 93 ຄົນ ແລະ ຈະເຮັດວຽກກັບບໍລິສັດຂອງ ຕວກກີ ເພື່ອຊອກຫາມາດຕະການສົ່ງຈຳນວນຄົນງານດັ່ງກ່າວກັບເມືອປະເທດຢ່າງປອດໄພໂດຍໄວ.
TAG
vovworld/ປະຕິບັດງານ
Related






