WBຮ່ວມເດີນທາງ,ສະໜັບສະໜູນຫວຽດນາມຮັບມືກັບຜົນສະທ້ອນຂອງການປ່ຽນແປງຂອງດິນຟ້າອາກາດ
25/08/2014 10:49
ທ່ານປະທານປະເທດ ເຈືອງເຕີນຊາງ ໃຫ້ການຕ້ອນຮັບທ່ານນາງ Rachel Kyte, ຮອງປະທານທະນາຄານໂລກ (World Bank) ພວມມີໜ້າຢູ່ ຫວຽດນາມ

ທ່ານປະທານປະເທດ ເຈືອງເຕີນຊາງ ໃຫ້ການຕ້ອນຮັບທ່ານນາງ Rachel Kyte, ຮອງປະທານທະນາຄານໂລກ (ພາບ:TTXVN) (vovworld) – ຕອນບ່າຍວັນທີ 25/8, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈືອງເຕີນຊາງ ໃຫ້ການຕ້ອນຮັບທ່ານນາງ Rachel Kyte, ຮອງປະທານທະນາຄານໂລກ (World Bank) ພວມມີໜ້າຢູ່ ຫວຽດນາມ ເພື່ອແນໃສ່ຊອກຫາ ແລະ ໜູນຊ່ວຍ ຫວຽດນາມ ໃນຄວາມມານະພະຍາຍາມຫລຸດຜ່ອນຜົນສະທ້ອນຂອງການປ່ຽນແປງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ທ່ານປະທານປະເທດ ຕີລາຄາສູງການຢ້ຽມຢາມ ຫວຽດນາມ ຂອງທ່ານນາງ Rachel Kyte, ຊົມເຊີຍທ່ານນາງໄດ້ໄປສຳຫຼວດ ແລະ ສືບຕໍ່ກຳແໜ້ນສະພາບການກ່ຽວກັບບັນດາຜົນສະທ້ອນຂອງການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ຂອບອົບຂອບໃຈ WB ໄດ້ໜູນຊ່ວຍ ຫວຽດນາມ ໃນການຫລຸດຜ່ອນ ແລະ ຮັບມືກັບບັນດາຜົນຮ້າຍໂດຍການປ່ຽນແປງຂອງດິນຟ້າອາກາດ, ກໍ່ຄືໄດ້ໜູນຊ່ວຍ ຫວຽດນາມ ປະຕິບັດຫຼາຍຈຸດໝາຍສະຫັດສະວັດ. ສ່ວນທ່ານນາງ Rachel Kyte ໃຫ້ຮູ້ວ່າ ໄດ້ມີການສຳຫຼວດມີໝາກຜົນ ແລະ ໄດ້ເຫັນປະຈັກຕາການດຳລົງຊີວິດຂອງປະຊາຊົນດ້ວຍການຮັບຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ, ພ້ອມທັງຢືນຢັນ WB ຈະເຄື່ອນໄຫວຢ່າງແຮງເພື່ອຊ່ວຍເຫຼືອ ຫວຽດນາມ ຮັບມືກັບຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ.
TAG
vovworld/vov/ການປ່ຽນແປງຂອງດິນຟ້າອາກາດ/ທູດພິເສດ/
Related






